ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ “ການສ້າງຂີດຄວາມສາມາດໃຫ້ນັກຄົ້ນຄວ້າລາວ ແລະ ການສ້າງຈຸດປະສານງານຂອງນັກຄົ້ນຄວ້າລາວ”

      ໃນວັນທີ 24-25 ກຸມພາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ການສ້າງຂີດຄວາມສາມາດໃຫ້ນັກຄົ້ນຄວ້າລາວ ແລະ ການສ້າງຈຸດປະສານງານຂອງນັກຄົ້ນຄວ້າລາວ” ທີ່ ແຂວງສະຫວັນນະເຂດ. ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ກອງປະຊຸມໄດ້ດໍາເນີນພາຍໃຕ້ການນໍໍາພາຂອງ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ. ໂດຍມີຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ຈາກ ກະຊວງການຕ່າງປະເທດ; ສູນຄົ້ນຄວ້າ ຈີນ, ມະຫາວິທະຍາໄລແຫ່ງຊາດ; ສະຖາບັນວິທະຍາສາດ, ເສດຖະກິດ ແລະ ສັງຄົມແຫ່ງຊາດ; ສູນການສຶກສາເພື່ອການພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ກະຊວງສຶກສາທິການ ແລະ ກິລາ; ມະຫາວິທະຍາໄລສະຫວັນ      ນະເຂດ; ມະຫາວິທະຍາໄລຈໍາປາສັກ ທັງໝົດຈໍານວນ 35 ທ່ານ. ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຂີດຄວາມສາມາດ ແລະ ສ້າງຄວາມເຂົ້າໃຈ ໃຫ້ແກ່ບັນດານັກຄົ້ນຄວ້າຂອງລາວ ຕໍ່ກັບການຂຽນບົດຄົ້ນຄວ້າ, ແນວທາງການຄົ້ນຄວ້າ ແລະ ການເຂົ້າຫາແຫຼ່ງທຶນໃນການເຮັດບົດຄົ້ນຄວ້າ, ພ້ອມທັງເປັນການແລກປ່ຽນບົດຮຽນການຄົ້ນຄວ້າຂອງແຕ່ລະພາກສ່ວນ ເພື່ອນໍາໄປໝູນໃຊ້ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ກໍຄື ການສ້າງເຄືອຂ່າຍນັກຄົ້ນຄວ້າຂອງລາວໃນຂະແໜງການຕ່າງໆ ແລະ ຈຸດປະສານງານເພື່ອການຮ່ວມມືດ້ານວຽກງານຄົ້ນຄວ້າພາຍໃນໃຫ້ເຂັ້ມແຂງ ສາມາດຍົກລະດັບຜົນງານການຄົ້ນຄວ້າໃຫ້ທັນສະໄໝທຽບເທົ່າກັບພາກພື້ນເທື່ອລະກ້າວ.

      ຕະຫຼອດໄລຍະເວລາ 02 ວັນ, ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບ ການຂຽນບົດຄົ້ນຄວ້າ ເປັນຕົ້ນແມ່ນ ການນໍາສະເໜີພາບລວມຂອງວຽກງານຄົ່້ນຄວ້າຂອງລາວໃນປັດຈຸບັນ, ສະພາບວຽກງານຄົ້ນຄວ້າຂອງລາວໃນລະດັບທ້ອງຖິ່ນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີ, ການຍົກລະດັບ ແລະ ເພີ່ມຂີິດຄວາມອາດສາມາດໃຫ້ນັກຄົ່້ນຄວ້າລາວ (ການຕັ້ງບັນຫາໃນການຄົ້່ນຄວ້າ, ການຂຽນບົດສະເໜີໂຄງການ, ການດໍາເນີນການຄົ້ນຄວ້າ ແລະ ອື່ນໆ), ການເຂົ້າເຖິງແຫຼ່ງທຶນໃນການເຮັດບົດຄົ້່ນຄວ້າ ແລະ ການສ້າງເຄືອຂ່າຍນັກຄົ້ນຄວ້າລາວ ແລະ ການເຊື່ອມໂຍງການຮ່ວມມືດ້ານການຄົ້ນຄວ້າໃນລະດັບພາກພື້ນ ແລະ ສາກົນ. ບັນດາຫົວຂໍ້ທີ່ກ່າວມານັ້ນ, ໄດ້ຮັບການບັນຍາຍໂດຍ ບັນດານັກຄົ້ນຄວ້າທີ່ມີຄວາມຮູ້ ແລະ ປະສົບການຕົວຈິງໃນການຂຽນບົດຄົ້ນຄວ້າ ຈາກບັນດາສະຖາບັນຄົ້ນຄວ້າຕ່າງໆ ແລະ ມະຫາວິທະຍາໄລແຫ່ງຊາດລາວ. ກອງປະຊຸມໄດ້ດໍາໄປດ້ວຍບັນຍາກາດອັນຟົດຟື້ນ, ເຊິ່ງບັນດາຜູ້ເຂົ້້າຮ່ວມໄດ້ໃຫ້ຄວາມສົນໃຈກ່ຽວກັບບັນດາຫົວຂໍ້ທີ່ໄດ້ບັນຍາຍໃນກອງປະຊຸມ ພ້ອມທັງແລກປ່ຽນທັດສະນະ ແລະ ຄໍາຄິດຄໍາເຫັນກັບຜູ້ບັນຍາຍຢ່າງກົງໄປກົງມາ. ກອງປະຊຸມໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງານ.

     ການລົງໄປຈັດສໍາມະນາໃນຄັ້ງນີ້, ສະຖາບັນການຕ່າງປະເທດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ 4 ພາກສ່ວນຄື: ຫ້ອງວ່າການແຂວງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈໍາປາສັກ ແລະ ພະແນກການຕ່າງປະເທດແຂວງສະຫວັນນະເຂດ ເຊິ່ງປະກອບມີຜ້າປິດປາກດັງ ແລະ ເຈວລ້າງມື.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480422
ມື້ນີ້80
ມື້ວານ172
ອາທິດນີ້820
ເດືອນນີ້6653