ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ປາຖະກະຖາ ເອກະສານສຳຄັນຂອງພັກ, ຂອງຊາດ

           ວັນ​ທີ 28 ມີນາ​  2022, ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ໄດ້ຈັດ​ຕັ້ງການ​ເຊື່ອມ​ຊຶມ​ເອກະສານ​ສຳຄັນ​ຂອງ​ພັກ, ຂອງ​ຊາດ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ​ວົງ​ໄຊ  ອິນທະ​ຄຳ,  ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ໂດຍ​ການ​ເຂົ້າ​ຮ່ວມ​ຮັບ​ຟັງ​ຂອງ​ຄະນະ​ນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວ​ພະນັກງານສະຖານທູດ ຈຳນວນ 40 ສະຫາຍ.

            ​ເອກະສານ​ທີ່​ນຳ​ມາ​ເຜີຍ​ແຜ່​ຄັ້ງ​ນີ້ ​ປະກອບ​ມີ 6 ​ເອກະ​ສານ ເຊັ່ນ: ​ເອກະ​ສານ ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 67 ປີ, ເອກະ​ສານ ວັນນັກຮົບ​ເສຍ​ອົງຄະ ​ແລະ ​ເສຍສະຫຼະ​ຊີວິດ ເພື່ອ​ປະ​ເທດ​ຊາດ ຄົບຮອບ 76 ປີ , ​ເອກະ​ສານ ລະນຶກວັນ​ສ້າງ​ຕັ້ງ​ອົງການ​ກວດກາ​ພັກ-​ລັດ ຄົບຮອບ 40 ປີ, ​ເອກະສານ ວັນ​ແມ່ຍິງ​ສາກົນ ​ຄົບຮອບ 112 ປີ ​ແລະ ​ເອກະສານ ​ວັນ​ສ້າງ​ຕັ້ງຊາ​ວໜຸ່ມ ປະຊາຊົນ​ປະຕິ​ວັດ​ລາວ​ ຄົບຮອບ 67 ປີ ​ແລະ ​ເອກະສານ​ຜົນສຳ​ເລັດ​ການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ.

          ໃນການເຜີຍແຜ່​ເອກະສານ​ຄັ້ງ​ນີ້ ສະຫາຍ ​ວົງ​ໄຊ  ອິນທະ​ຄຳ,  ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ​ແລະ ສະຫາຍ ຈັນທະ​ພອນ  ຄຳ​ມະນີ​ຈັນ ກຳມະການ​ຄະນະ​ພັກ​ຮາກ​ຖານ, ປະທານ​ກວດກາ​ພັກ ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ໄດ້​ຜັດປ່ຽນ​ກັນ​ຂື້ນ​ເຜີຍ​ແຜ່​ເອກະສາ​ນດັ່ງກ່າວ, ແຕ່​ລະສະ​ຫາຍ​ກໍໄດ້​ເນັ້ນ​​ໃຫ້​ພະນັກງານນັກ​ການ​ທູດ​ຈົ່ງ​ພ້ອມ​ກັນ​ຄົ້ນຄວ້າ​​ໃຫ້ເຂົ້າ​ໃຈ ​​ແລະ​ ກຳ​ໄດ້ບັນດາເຫດການ ​ການ​ເມືອງ​ທີ່​ສຳຄັນ​ຂອງ​ພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່​ໃນ​ຄັ້ງ​ນີ້ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຝຶກຝົນຫຼໍ່ຫຼອມ ແລະ ​ປະຕິບັດ​ວຽກ​ງານວິຊາສະເພາະ​ຂອງ​ຕົນ​.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480349
ມື້ນີ້7
ມື້ວານ172
ອາທິດນີ້747
ເດືອນນີ້6580