ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ

 

9 6 2022 1

9 6 2022 2

9 6 2022 3

 

        ວັນທີ 9 ​ມິຖຸນາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້​ແທນ​ລາວ ເຂົ້າຮ່ວມກອງ​ປະ​ຊຸມ​ເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ (ASEAN Regional Forum Senior Officials’ Meeting ຫຼື ARF SOM) ຈັດຂຶ້ນໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ກໍາປູເຈຍ ໃນຖານະປະທານອາຊຽນ ປີ 2022 ແລະ ປະທານເວທີພາກພື້ນອາຊຽນ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ ຈາກ ປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະເຂົ້າຮ່ວມ.

 

        ກອງປະຊຸມ ໄດ້ຮັບຊາບຜົນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນດາກິດຈະກໍາ​ຮ່ວມມືເວທີພາກພື້ນອາຊຽນ ສຳລັບໄລຍະ​ສົກປີ 2021-2022 ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານຮ່າໂນ້ຍ ສະບັບທີ 2 (2020-2025) ທີ່ຮັບຮອງໃນປີ 2020 ເຊິ່ງເຫັນວ່າ ມີຄວາມຄືບໜ້າໃນລະດັບດີ ເຖິງວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ໄດ້ປຶກສາຫາບັນດາກິດຈະກໍາ ສໍາລັບສົກປີ 2022-2023.

 

         ກອງ​ປະ​ຊຸມ ໄດ້ປຶກ​ສາ​ຫາ​ລືການກະກຽມດ້ານຕ່າງໆໃຫ້ແກ່ກອງປະຊຸມລັດຖະມົນຕີເວທີພາກພື້ນອາ ຊຽນ ຄັ້ງທີ 29, ຊຶ່ງຈະຈັດຂຶ້ນໃນຕົ້ນເດືອນ ສິງຫາ 2022 ທີ່ພະນົມເປັນ, ກໍາປູເຈຍ.

 

         ໃນໂອກາດນີ້, ບັນດາເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ເວ​ທີ​ພາກ​ພື້ນອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

 

        ພາຍໃຕ້ຂອບການຮ່ວມມືເວທີພາກພື້ນອາຊຽນ, ສປປ ລາວ, ການາດາ ແລະ ສປ ຈີນ ໄດ້ສໍາເລັດການເປັນປະທານຮ່ວມກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນທຸກໄພພິບັດ ສໍາລັບໄລຍະ 2019-2022. ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຈາກບັນດາປະເທດເຂົ້າຮ່ວມຕະຫຼອດໄລຍະການເປັນປະທານຮ່ວມກອງປະຊຸມດັ່ງກ່າວ.

--------------------------------

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484370
ມື້ນີ້74
ມື້ວານ273
ອາທິດນີ້808
ເດືອນນີ້3675