ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ອາຊຽນ ແລະ ອິນເດຍ ສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ອິນເດຍ

 

ASEAN INDIA 1

ASEAN INDIA 2

ASEAN INDIA 1

 

       ກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ສະໄໝພິເສດ ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ອິນເດຍ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ ນິວເດັນລີ, ອິນເດຍ ໂດຍການເປັນປະທານຮ່ວມຂອງລັດຖະມົນຕີຕ່າງປະເທດສິງກະໂປ ແລະ ລັດຖະມົນຕີຕ່າງປະເທດອິນເດຍ ແລະ ການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຜູ້ຕາງໜ້າ.

     

     ໂດຍໄດ້ຮັບການມອບໝາຍຈາກລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່ອນໜ້ານີ້, ໃນວັນທີ 15 ມິຖຸນາ 2022 ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໃນຄັ້ງນີ້.

 

       ໃນກອງປະຊຸມລັດຖະມົນຕີດັ່ງກ່າວ, ອາຊຽນ ແລະ ອິນເດຍ ໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຮ່ວມມືອາຊຽນ-ອິນເດຍ ໃນໄລຍະ 30 ປີຜ່ານມາ ໃນດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ແລະ ການເຊື່ອມໂຍງພາກພື້ນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມດຽວກັນນັ້ນ, ກອງປະຊຸມລັດຖະມົນຕີ ກໍໄດ້ປຶກສາຫາລືກ່ຽວກັບທິດທາງຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ ໂດຍຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ຢ່າງມີປະສິດທິຜົນ ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດຫຼັງການແຜ່ລະບາດ, ຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ອິນເດຍ (AIFTA) ຢ່າງມີປະສິດທິພາບ ແລະ ເລັ່ງລັດການທົບທວນສັນຍາອາຊຽນ-ອິນເດຍ ວ່າດ້ວຍ ການຄ້າດ້ານສິນຄ້າ, ສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ກະສິກໍາ, ການສຶກສາ, ການທ່ອງທ່ຽວ,​ ການເຊື່ອມຈອດ ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນ ໂດຍສະເພາະຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ແລະ ອື່ນໆ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຊຸກຍູ້ໃຫ້ເພີ່ມທະວີການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ. ອັນສໍາຄັນ ອາຊຽນ ແລະ ອິນເດຍ ໄດ້ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກ້າວໄປສູ່ການຍົກລະດັບການພົວພັນອາຊຽນ-ອິນເດຍ ຈາກຄູ່ຮ່ວມຍຸດທະສາດຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ມີຄວາມໝາຍ, ມີເນື້ອໃນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

      ໃນວັນດຽວກັນ, ລັດຖະມົນຕີຕ່າງປະເທດ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ກໍໄດ້ເຂົ້າຢ້ຽມຂໍ່ານັບພະນະທ່ານ ນາເຣັນດຣາ ໂມດີ, ນາຍົກລັດຖະມົນຕີ ແຫ່ງ ອິນເດຍ. ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ອິນເດຍ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອາຊຽນ-ອິນເດຍ ກໍຄືການຮ່ວມມືໃນຂອບສອງຝ່າຍ ລາວ-ອິນເດຍ ໃນໄລຍະຜ່ານມາ.

 

      ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ນິວເດັນລີ ຄັ້ງນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເດັນລີ ຄັ້ງທີ 12 (Delhi Dialogue XII) ໂດຍໄດ້ກ່າວບົດປາໄສ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ອິນເດຍ ໃນໄລຍະ 30 ປີຜ່ານມາ, ຊຶ່ງເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນອາຊຽນ-ອິນເດຍ.​

 

       ອິນເດຍ ໄດ້ເລີ່ມການພົວພັນຮ່ວມມືເປັນຄູ່ຮ່ວມຂະແໜງການຂອງອາຊຽນ ໃນປີ 1992 ແລະ ກາຍເປັນຄູ່ຮ່ວມເຈລະຈາສົມບູນ ຂອງອາຊຽນ ໃນປີ 1995.

----------------------------------------------

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485756
ມື້ນີ້55
ມື້ວານ206
ອາທິດນີ້792
ເດືອນນີ້5061