ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຊາອຸດິ ອາຣັບບີ ສົນທະນາຜ່ານທາງໂທລະສັບ

 

2022 6 20 HE 28

 

ໃນວັນທີ 20 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບກັບ ທ່ານ ວາລີດ ອິວເຄີຣີຈີ (Waleed ELKHEREJI), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ.

 

ໃນການສົນທະນາທາງໄກຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 29 ພຶດສະພາ 1990 ເປັນຕົ້ນມາ ເຊິ່ງປີນີ້ແມ່ນ ຄົບຮອບ 32 ປີ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີຕ່າງປະເທດ ລາວ ແລະ ຊາອຸດິ ອາຣັບບີ ໃນວັນທີ 18 ມີນາ 2022 ຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະເທດ ໃຫ້ນັບມື້ມີບາດກ້າວອັນໃຫມ່. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ໃຫ້ມີປະສິດທິຜົນສູງຂຶ້ນ ເປັນຕົ້ນແມ່ນ ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ແລະ ເຫັນດີການສ້າງຕັ້ງກົນໄກການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ເປັນຮູບປະທໍາ ແລະ ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ປຶກສາປຶກສາຫາລື ກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນນຶ່ງ

 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ວາລີດ ອິວເຄີຣີຈີ ໄດ້ສະເໜີຝ່າຍລາວ ໃນການສະໜັບສະໜູນ ການລົງສະໝັກເປັນເຈົ້າພາບ ງານວາງສະແດງໂລກ ຂອງ ຊາອຸດິ ອາຣັບບີ ພາຍໃຕ້ຫົວຂໍ້: “ຍຸກແຫ່ງການປ່ຽນແປງ: ການນໍາພາໂລກ ໄປສູ່ອະນາຄົດຂ້າງໜ້າ” ຫຼື the Era of Change: Leading the Planet towards a Foresighted Tomorrow, ຊຶ່ງຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຕັດສິນໃຈຂອງລັດຖະບານ ຊາອຸດິ ອາຣັບບີ ໃນການລົງສະມັກເປັນເຈົ້າພາບງານວາງສະແດງດັ່ງກ່າວ ແລະ ຝ່າຍລາວ ຈະນໍາໄປພິຈາລະນາ ຕໍ່ການສະມັກດັ່ງກ່າວ ຂອງ ຊາອຸດິ ອາຣັບບີ.

 

ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງລັດຖະບານ ກໍ່ຄື ປະຊາຊົນສອງປະເທດ ລາວ ແລະ ຊາອຸດິ ອາຣັບບີ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍກ້າວຂຶ້ນຢ່າງຫມັ້ນທ່ຽງ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484690
ມື້ນີ້1
ມື້ວານ205
ອາທິດນີ້1128
ເດືອນນີ້3995