ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຫງວຽນ ດັງ ຮຸງ, ກົງສຸນໃຫຍ່ ເເຫ່ງ ສສ ຫວຽດນາມ ປະຈຳ ນະຄອນຫຼວງພະບາງ, ໃນໂອກາດສຳເລັດການປະຕິບັດໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ຕິ່ງ ສຸກສັນ ໄດ້ສະເເດງຄວາມຊົມເຊີຍທີ່ ທ່ານ ຫງວຽນ ດັງ ຮຸງ ໄດ້ສຳເລັດການປະຕິບັດໜ້າທີ່ເປັນ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ນະຄອນຫຼວງພະບາງ ດ້ວຍຜົນສຳເລັດອັນຈົບງາມ ໃນຕະຫຼອດໄລຍະເວລາ 3 ປີ ຜ່ານມາ ແລະ ຊົມເຊີຍຕໍ່ຜົນງານໃນການປະກອບສ່ວນຢ່າງຕັ້ງໜ້າໃນການເສີມຂະຫຍາຍຮັດເເໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ເເລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ເເລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍ່ຄື ການເປັນຂົວຕໍ່ໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ແລະ ບັນດາແຂວງຂອງຫວຽດນາມ ໃນການຈັດຕັ້ງປະຕິບັດບັນດາຂອບການຮ່ວມມືໃນດ້ານຕ່າງໆ. ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອຫມັ້ນຢ່າງໜັກແໜ້ນວ່າ ພາຍຫຼັງກັບຄືນປະເທດ, ທ່ານ ຫງວຽນ ດັງ ຮຸງ ຈະສືບຕໍ່ນຳໃຊ້ປະສົບການ ແລະ ຄວາມສາມັກຄີຮັກແພງ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ກໍໄດ້ລາຍງານຫຍໍ້ກ່ຽວກັບການສ້າງຂະບວນການສໍາລັບກິດຈະກໍາທີ່ສອງຊາດເຫັນດີຮ່ວມກັນຈັດ ແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອລະນຶກເຖິງສອງວັນປະຫວັດສາດອັນສໍາຄັນຂອງສອງຊາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ (18/7/1977 - 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 – 5/9/2022) ໃຫ້ມີບັນຍາກາດຟົດຟື້ນ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ. ສຸດທ້າຍນີ້, ທ່ານ ຮອງລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານ ຫງວຽນ ດັງ ຮຸງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.
ໃນຂະນະດຽວກັນ, ທ່ານ ຫງວຽນ ດັງ ຮຸງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມດຽວກັນນີ້, ທ່ານ ຫງວຽນ ດັງ ຮຸງ ກໍ່ໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.