ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ສ.ເກົາຫລີ ຄັ້ງທີ 26

 

 

1 7 2022

      ໃນລະຫວ່າງວັນທີ 30 ມິຖຸນາ - 1 ກໍລະກົດ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສ.ເກົາຫຼີ ຄັ້ງທີ 26 ທີ່ ເຊອູນ, ສ.ເກົາຫຼີ ພາຍໃຕ້ການເປັນປະທານຮ່ວມຂອງ ຫວຽດນາມ ແລະ ສ.ເກົາຫລີ, ຊຶ່ງ​ເປັນ​ກອງ​ປະ​ຊຸມ​ເຊິ່ງ​ໜ້າ​ຄັ້ງ​ທຳ​ອິດ​ໃນ​ຮອບ 2 ປີ ພາຍຫຼັງ​ເກີດ​ການ​ແຜ່​ລ​ະບາດ​​ຂອງ​ພະ​ຍາດ​ໂຄວິດ-19.

 

      ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມ​ຄືບ​ໜ້າຂອງຈັດຕັ້ງປະຕິບັດວິໄສທັດຮ່ວມອາຊຽນ-ສ.ເກົາຫຼີ ວ່າດ້ວຍສັນຕິພາບ, ຄວາມສົມ​ບູນ​ພູນ​ສຸກ ແລະ ການເປັນຄູ່ຮ່ວມມື ສຳ​ລັບ​ສົກ​ປີ 2021-2025 ໂດຍ​ສະ​ເພາະການຈັດ​ຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 22 ໃນທ້າຍປີ 2021. ພ້ອ​ມ​ນີ້, ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ຄວາມໝາຍໝັ້ນຂອງ ສ.ເກົາຫຼີ ກໍ​ຄື​ລັດ​ຖະ​ບານ​ໃໜ່​ ເພື່ອ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ກັບ ອາ​ຊຽນ ຜ່ານ​ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ອາ​ຊຽນເປັນ​ຜູ້​ນຳ​ພາ ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ສົມ​ບູນ​ພູນ​ສຸກ, ລວມ​ທັງການປະກອບສ່ວນຂອງ ສ.ເກົາຫຼີ ຈໍານວນ 6 ລ້ານໂດລາສະຫະລັດ ເຂົ້າກອງທຶນຕ້ານໂຄວິດ-19 ຂອງອາຊຽນ.

 

     ກອງປະຊຸມ ຍັງໄດ້ເຫັນ​ດີ​ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະ​ບົບ​ ສາ​ທາ​ລະ​ນາ​ສຸກ​ຂອງ​ພາກ​ພື້ນໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ພະ​ຍາດ​ໃນ​ອະ​ນາ​ຄົດ ແລະ ການ​ຟື້ນ​ຟູ​ເສດ​ຖະ​ກິດ ຫຼັງ​ໂຄວິດ-19 ໂດຍ​ສຸມ​ໃສ່​ການ​ພັດ​ທະ​ນາ​ແຮງ​ງານພາກ​ພື້ນ ເພື່ອ​ໃຫ້​ສາ​ມາດ​ຕອບ​ສະ​ໜອງ​​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ແຮງ​ງານ​ ຫຼັງ​ໂຄວິດ-19. ສອງ​ຝ່າຍ ຍັງ​ໄດ້ປຶກສາຫາລືທິດ​ທາງແຜນ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ​ ໂດຍ​ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມືໃນ​ຂົງ​ເຂດ​​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ການຫັນໄປເປັນດິຈິຕອນ, ການເຊື່ອມຈອດອາຊຽນ, ການສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ການພັດທະນາຊັບພະຍາກອນມະນຸດ, ຄົມມະນາຄົມ, ການສຶກສາ, ການແລກປ່ຽນການໄປມາຫາສູ່ຂອງປະຊາຊົນ, ສິ່ງແວດລ້ອມ, ການຮັບມືກັບໄພພິບັດ, ການພັດທະນາຕົວເມືອງອັດສະລິຍະ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການຮ່ວມມືໃນຂອບອະນຸພາກພື້ນ ໂດຍສະເພາະການຮ່ວມມືໃນຂອບແມ່ຂອງ-ສ.ເກົາຫຼີ.

         ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແລະ ຍັງ​ໄດ້​ປຶກ​ສາ​ຫາ​ລືເພື່ອ​ກະ​ກຽ​ມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ-ສ.ເກົາຫຼີ ທີ່​ຈະ​ຈັດ​ຂຶ້ນ​ໃນ​ ເດືອນ​ສິງ​ຫາ 2022 ນີ້, ລວມ​ທັງບັນ​ດາກິດ​ຈະ​ກຳ​ ສະເຫຼີມສະຫຼອງ​ວັນ​ອາ​ຊຽນ-ສ.ເກົາຫຼີ ​ໃນ​ປີ 2023.

 

**************

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480398
ມື້ນີ້56
ມື້ວານ172
ອາທິດນີ້796
ເດືອນນີ້6629