ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຄະນະຄົນເຊື້ອຊາດລາວຢູ່ອົດສະຕຣາລີ

 

HS Ting 1

HS Ting 2

      ໃນວັນທີ 28 ກັນຍາ 2022, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ໄພວັນ ພູມິນພົນເສນາ, ຄົນເຊື້ອຊາດລາວ, ສັນຊາດ ອົດສະຕຣາລີ, ກໍາມະການສູນກາງແນວລາວສ້າງຊາດ ຢູ່ປະເທດ ອົດສະຕຣາລີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

 

          ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ຕິ່ງ ສຸກສັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ໄພວັນ ພູມິນພົນເສນາ ທີ່ໄດ້ມີບົດບາດທາງສັງຄົມຢູ່ປະເທດ ອົດສະຕຣາລີ ແລະ ເປັນຜູ້ໜຶ່ງທີ່ມີຄວາມຫ້າວຫັນໃນວຽກງານແນວລາວສ້າງຊາດ, ໃກ້ຊິດຕິດແທດ ແລະ ໃຫ້ການຊ່ວຍເຫຼືອສະຖານທູດລາວ ປະຈໍາ ອົດສະຕຣາລີ ແລະ ຊ່ວຍເຫຼືອນັກສຶກສາ ກໍ່ຄື ພະນັກງານຈາກບັນດາກະຊວງຕ່າງໆ ທີ່ໄປຍົກລະດັບການສຶກສາຢູ່ປະເທດດັ່ງກ່າວ, ພ້ອມທັງໄດ້ເຕົ້າໂຮມຄວາມສາມັກຄີ ແລະ ຂົນຂວາຍການຊ່ວຍເຫຼືອຈາກພີ່ນ້ອງຄົນເຊື້ອຊາດລາວຢູ່ ອົດສະຕຣາລີ ເຂົ້າມາຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວເນັ້ນຕື່ມວ່າ ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນສູງຕໍ່ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ໂດຍຖືວ່າເປັນວົງຄະນະຍາດແຫ່ງຊາດລາວ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ເປັນແຫຼ່ງກໍາລັງແຮງອັນໜຶ່ງໃນການສ້າງສາພັດທະນາປະເທດຊາດ, ເປັນປັດໃຈທີ່ສໍາຄັນໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ເຂົາເຈົ້າອາໄສຢູ່ ກໍ່ຄື ອົງການຈັດຕັ້ງສາກົນຕ່າງໆ.

 

          ໃນຂະນະດຽວກັນ, ທ່ານ ນາງ ໄພວັນ ພູມິນພົນເສນາ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຈາກພາກສ່ວນຕ່າງໆຂອງທາງການລາວ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຄົນເຊື້ອຊາດລາວຢູ່ ອົດສະຕຣາລີ ໃນຄັ້ງນີ້.

*************************

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484283
ມື້ນີ້260
ມື້ວານ147
ອາທິດນີ້721
ເດືອນນີ້3588