ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມປຶກສາຫາລືຮ່ວມເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນ

 

 

ASEAN SOM 1ASEAN SOM 2

 

ໃນວັນທີ 05 ຕຸລາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງ​ການ​ຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ​ໄດ້​ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting-SOM) ແລະ ກອງປະຊຸມປຶກສາຫາລືຮ່ວມເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນ (Joint Consultative Meeting-JCM) ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນຖານະປະທານອາຊຽນສົກປີ 2022.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຮັບ​ຊາບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາບູລິມະສິດ ສໍາລັບການເປັນປະທານອາຊຽນຂອງ ກໍາປູເຈຍ ໃນປີ 2022. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການພົວ ພັນກັບພາຍນອກຂອງອາຊຽນ ແລະ ໄດ້ຮັບຊາບຄວາມຄືບໜ້າໃນການຮ່ວມມືລະຫວ່າງ ອາຊຽນ ກັບ 11 ປະເທດ ຄູ່ເຈ ລະຈາ ແລະ ຂອບການຮ່ວມມືອື່ນໆທີ່ອາຊຽນເປັນຜູ້ນໍາພາ ລວມທັງການພິຈາລະນາຂໍ້ສະເໜີຂອງປະເທດຕ່າງໆ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ແລະ ການສະເໜີເປັນຄູ່ຮ່ວມມືກັບອາຊຽນ. ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ຮັບຊາບການກະກຽມໃຫ້ແກ່ກອງປະຊຸມສະພາປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ​ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 10-13 ພະຈິກ 2022 ທີ່ ພະນົມເປັນ.

ກອງປະຊຸມປຶກສາຫາລືຮ່ວມເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນ ໄດ້ຮັບ​ຊາບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາບູລິມະສິດສໍາລັບການເປັນປະທານອາຊຽນຂອງ ກໍາປູເຈຍ ໃນປີ 2022 ລວມທັງຄວາມຄືບໜ້າຂອງການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນເພື່ອຮັບມືກັບພະຍາດໂຄວິດ-19; ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025; ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບ 4 (2021-2025) ແລະ ບັນຫາອື່ນໆ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ, ພະລາທິການ ແລະ ພິທີການ ໃຫ້ແກ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31 ແລະ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນແຜນການເຄື່ອນໄຫວຂອງຜູ້ນໍາ, ຫົວຂໍ້ປຶກສາຫາລື, ບັນດາເອກະສານຜົນຂອງກອງປະຊຸມ ແລະ ອື່ນໆ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485405
ມື້ນີ້106
ມື້ວານ227
ອາທິດນີ້441
ເດືອນນີ້4710