ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຝຶກອົບຮົມພາກພື້ນ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ 08

  

       

20221012 13 LPB 1

20221012 13 LPB 2

20221012 13 LPB 3

        

ໃນລະຫວ່າງວັນທີ 12-13 ຕຸລາ 2022, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ) ພາຍໃຕ້ການສະໜັບສະໜູນຈາກກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຈັດກອງປະຊຸມຝຶກອົບຮົມພາກພື້ນ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ 08 ແຂວງພາກເໜືອ ຊຶ່ງກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ຕຸລາ 2022, ທີ່ ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ມີການເຂົ້າຮ່ວມກ່າວຄຳເຫັນໂດຍ ທ່ານ ຫຼີ້ ຈື້ກົ່ງ (Li Zhigong), ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ, ມີນັກວິທະຍາກອນຈາກສູນກາງທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ,​ ຜູ້ຕາງໜ້າຈາກສາທາລະນະລັດ ສະຫະພາບມຽນມາ ແລະ ຣາຊະອານາຈັກໄທ ໃນຫົວຂໍ້ທີ່ພົວພັນກັບວຽກງານການຮ່ວມມືພາກພື້ນ ແລະ ສາກົນ ໃນການຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດທີ່ີມີການ ຈັດຕັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ (ຍິງ 20 ທ່ານ). 

          

ຈຸດປະສົງຂອງກອງປະຊຸມຝືກອົບຮົມໃນຄັ້ງນີ້ ເພື່ອແລກປ່ຽນຄຳຄິດເຫັນ, ບົດຮຽນ ແລະ ແລກປ່ຽນ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດ   ໝາຍໃນບັນຫາອາຍາ ລະຫວ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພ້ອມທັງເປັນຂໍ້ມູນໃນການຈັດ ຕັ້ງປະຕິບັດ ແລະ ການຮ່ວມມືລະຫວ່າງບັນດາປະເທດດັ່ງກ່າວໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາໃນປັດຈຸບັນ ແລະ ອານາຄົດ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເສີມຂະຫຍາຍການຮ່ວມມືທີ່ດີກັບບັນດາປະ ເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ສົນທິສັນຍາທີ່ໄດ້ເປັນພາຄີຮ່ວມກັນ ແລະ ເປັນການຍົກລະ ດັບຄວາມຮູ້ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຮ່ວມມືກັບປະເທດອ້ອມຂ້າງໃນວຽກງານການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໃຫ້ມີປະສິດທິ ພາບ, ປະສິດທິຜົນ ແລະ ໄດ້ຮັບປະຜົນໂຫຍດຮ່ວມກັນ.

        

    

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484506
ມື້ນີ້22
ມື້ວານ188
ອາທິດນີ້944
ເດືອນນີ້3811