ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X)

 

2022 10 14 ASIST Minister USA4

2022 10 14 ASIST Minister USA2

2022 10 14 ASIST Minister USA

2022 10 14 ASIST Minister USA1

2022 10 14 ASIST Minister USA3

 

ໃນວັນທີ 14 ຕຸລາ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X ຫຼື CBD-X), ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫຼືອ  ພັນດານຸວົງ, ຮອງລັດຖະມົນຕີຕ່າງປະເທດ ແລະ ທ່ານ Daniel J. Kristenbrink, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ຮັບຜິດຊອບວຽກງານອາຊີຕາເວັນອອກ ແລະ ປາຊີຟິກ.

 

ກອງປະຊຸມ CBD ຄັ້ງນີ້, ຈຸດປະສົງເພື່ອສັງເກດຕີລາຄາ ແລະ ທົບທວນຄືນສະພາບການພົວພັນຮ່ວມຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ອາເມຣິກາ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ນັບແຕ່ກອງປະຊຸມ CBD ຄັ້ງທີ 9 ຈັດຂຶ້ນ ທີ່ ວໍຊິງຕັນ ດີຊີ ໃນປີ 2019 ທີ່ຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ລວມທັງການແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນຕ່າງໆ. ສໍາລັບການພົວພັນຮ່ວມມືໃນຂອບສອງຝ່າຍ, ຄະນະຜູ້ແທນຝ່າຍລາວ ແລະ ອາເມຣິກາ ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ ເປັນຕົ້ນ ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ-ໂພຊະນາການ, ການຄ້າ, ການລົງທຶນ, ການປະຕິບັດກົດໝາຍ, ດ້ານພະລັງງານ, ການຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອື່ນໆ; ອັນພົ້ນເດັ່ນ ແມ່ນການຮ່ວມມືໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ແລະ ປະຊາຊົນ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ, ອຸປະກອນການແພດ, ວັກຊີນ ແລະ ຢາ ແກ່ ສປປ ລາວ. ສ່ວນໃນຂອບການຮ່ວມມືຫຼາຍຝ່າຍ ໄດ້ມີການແລກປ່ຽນ ແລະ ປຶກສາຫາລືໃນບັນຫາຕ່າງໆ ເປັນຕົ້ນການຮ່ວມມື ອາຊຽນ ໂດຍສະເພາະການກະກຽມເປັນປະທານໜູນວຽນ ອາຊຽນ ຂອງ ສປປ ລາວ ໃນປີ 2024, ການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ອາເມຣິກາ (Mekong-US Partnership-MUSP) ໃນປີ 2022 ທີ່ ສປປ ລາວ ແລະ ສ.ອາເມຣິກາ ເປັນປະທານຮ່ວມ. ຊຶ່ງທັງໝົດທີ່ກ່າວມານັ້ນ ໄດ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລາວ-ອາເມຣິກາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

 

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆຂອງ ອາເມຣິກາ ຕໍ່ ສປປ ລາວ ແລະ ສະແດງຄວາມຫວັງວ່າ ລັດຖະບານ ແລະ ປະຊາຊົນ ອາເມຣິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນອະນາຄົດ; ພ້ອມດຽວກັນນັ້ນ, ທ່ານ Kristenbrink ກໍ່ໄດ້ສະແດງຄວາມພ້ອມທີ່ຈະສືບຕໍ່ການພົວພັນຮ່ວມມື ກັບ ສປປ ລາວ ໃນຂະແໜງການຕ່າງໆຄືໄລຍະຜ່ານມາ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນອະນາຄົດ.

 

ກອງປະຊຸມ CBD ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນດີ, ມີການແລກປ່ຽນ ແລະ ປຶກສາຫາລືຮ່ວມກັນຢ່າງສ້າງສັນ ແລະ ກົງໄປກົງມາ ບົນພື້ນຖານແຫ່ງການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມຣິກາ ທີ່ຜູ້ນໍາຂອງສອງປະເທດ ໄດ້ມີຖະແຫຼງການຮ່ວມກັນໃນປີ 2016 ເປັນຕົ້ນມາ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480412
ມື້ນີ້70
ມື້ວານ172
ອາທິດນີ້810
ເດືອນນີ້6643