ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ນັກທຸລະກິດໄທ ທີ່ມີຜົນງານດີເດັ່ນໃນການສົ່ງເສີມສາຍພົວພັນຮ່ວມມື ລາວ-ໄທ

 

 

LaoAwardThaibusinessMan

 

ໃນວັນທີ 17 ຕຸລາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານ ພິພັດພົນ ສາຣະໂນທະຍານ, ນັກທຸລະກິດໄທ ທີ່ຜູ້ກ່ຽວໄດ້ມີຜົນງານດີເດັ່ນ ໃນການສົ່ງເສີມສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ລວມທັງການປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ, ປັດໄຈ ແລະ ຂົນຂວາຍທຶນຊ່ວຍເຫຼືອຕ່າງໆ ເພື່ອປະກອບສ່ວນໃນ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ - 19 ທີ່ຜ່ານມາ ເປັນຕົ້ນແມ່ນໂຄງການຊ່ວຍເຫຼືອປິ່ນປົວຮັກສາພົນລະເມືອງລາວ ທີ່ດຳລົງຊີວິດ ຢູ່ປະເທດໄທ, ໂຄງການລະດົມເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ແກ່ພົນລະເມືອງລາວ ທີ່ ພົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດຢູ່ ໄທ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ໂຄງການຂົນຂວາຍໃນການຈັດສັນວັກແຊັງ ເພື່ອນໍາມາສັກໃຫ້ຄົນລາວທີ່ອາໃສຢູ່ໄທ ໃນຊ່ວງທີ່ວັກແຊັງ ຍັງມີປະລິມານຈຳກັດ ແລະ ໂຄງການການຈິດອາສາຮັກສາຜູ້ປ່ວຍພະຍາດ ໂຄວິດ - 19 ແບບປິ່ນປົວ ແລະ ຮັກສາໂຕຢູ່ເຮືອນ. ຈາກຜົນງານດັ່ງກ່າວຂອງຜູ້ກ່ຽວ ລັດຖະບານ ແຫ່ງ ສປປ ລາວ, ຈຶ່ງຕົກລົງເຫັນດີມອບຫຼຽນກາມິດຕະພາບ ເພື່ອຈາລຶກຄຸນງາມຄວາມດີຂອງຜູ້ກ່ຽວ.

 

ທ່ານ ພິພັດພົນ ສາຣະໂນທະຍານ ໄດ້ສະແດງຄວາມຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບການຍ້ອງຍໍຈາກລັດຖະບານ ແຫ່ງ ສປປ ລາວ, ຊຶ່ງຖືວ່າເປັນກຽດຢ່າງຍິ່ງຕໍ່ຕົນເອງ ແລະ ວົງຕະກຸນ. ທ່ານໄດ້ກ່າວອີກວ່າ ການປະກອບສ່ວນຄັ້ງນີ້ ກໍ່ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ໂອກາດແກ່ຜູ້ກ່ຽວ ແລະ ຄອບຄົວ ໄດ້ດໍາເນີນທຸລະກິດ ແລະ ດໍາລົງຊີວິດ ຢູ່ ລາວ ເປັນເວລາຫຼາຍກວ່າ 20 ປີ ແລະ ບັນດາຜົນງານດັ່ງກ່າວ ຈະບໍ່ສາມາດລຸລ່ວງໄປໄດ້ດ້ວຍດີ ຖ້າປາດສະຈາກການໃຫ້ການຊ່ວຍເຫຼືອຂອງໝູ່ຄູ່ທັງ ໄທ ແລະ ລາວ, ການນໍາຂອງກະຊວງການຕ່າງປະເທດ ແລະ ສະຖານທູດລາວ ທີ່ ບາງກອກ ພ້ອມທັງຢືນຢັນ ທີ່ຈະສືບຕໍ່ປະກອບສ່ວນໃນການສົ່ງເສີມສາຍພົວພັນມິດຕະພາບຂອງສອງຊາດ ລາວ-ໄທ ແລະ ການສ້າງສາພັດທະນາປະເທດຊາດຂອງ ສປປ ລາວ. ພ້ອມກັນນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຊຸກຍູ້ໃຫ້ຜູ້ກ່ຽວສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນອະນາຄົດຕາມຄວາມສາມາດ ແລະ ຂົນຂວາຍນັກທຸລະກິດໄທ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485311
ມື້ນີ້12
ມື້ວານ227
ອາທິດນີ້347
ເດືອນນີ້4616