ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ໃນຫົວຂໍ້: “60 ປີ ສາຍພົວພັນການທູດ ລາວ-ຫວຽດນາມ: ການຮ່ວມມືແບບພິເສດ ທີ່ເປັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຜົນສໍາເລັດ ແລະ ທິດທາງຕໍ່ໜ້າ”

 

2022 10 20 VN IFA 60th 2

2022 10 20 VN IFA 60th 4

2022 10 20 VN IFA 60th 3

2022 10 20 VN IFA 60th 1

ໃນຕອນເຊົ້າຂອງວັນທີ 20 ຕຸລາ 2022, ສະຖາບັນການຕ່າງປະເທດ,​ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ພາຍໃຕ້ຫົວຂໍ້ “60 ປີ ສາຍພົວພັນການທູດ ລາວ-ຫວຽດນາມ: ການຮ່ວມມືແບບພິເສດ ທີ່ເປັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຜົນສໍາເລັດ ແລະ ທິດທາງຕໍ່ໜ້າ” ເນື່ອງໃນໂອກາດການສະເຫຼີມສະຫຼອງວັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ເຊິ່ງໃຫ້ກຽດເປັນປະທານເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ  ທ່ານ ປອ. ຟາມ ລານ ຊຸງ, ຮັກສາການປະທານວິທະຍາຄານການທູດຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ເປັນຜູ້ບັນຍາຍ. ເຂົ້າຮ່ວມຮັບຟັງພິທີປາຖະກະຖາຍັງມີ ບັນດາຄະນະກົມພາຍໃນກະຊວງການຕ່າງປະເທດ, ບັນດາທ່ານທູດອາວຸໂສບໍານານ, ພະນັກງານວິຊາການກະຊວງອ້ອມຂ້າງສູນກາງ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ລວມຈໍານວນ ຫຼາຍກວ່າ 140 ທ່ານ.

 

ໃນພິທີເປີດ, ທ່ານ ທອງຜ່ານ ສະຫວັນເພັດ,​ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການພົວພັນຮ່ວມມື ສປປ ລາວ ແລະ ສສ ຫວຽດນາມ ທີ່ມີມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດີງາມຕະຫຼອດໄລຍະ 60 ປີ, ມີການຜັດປ່ຽນຢ້ຽມຢາມສັນທະວະໄມຕີ, ການພົບປະແລກປ່ຽນບົດຮຽນຮ່ວມກັນ ຢ່າງເປັນປົກກະຕິໃນຫຼາຍລະດັບ ນັບແຕ່ການນໍາສູງສຸດ ຮອດລະດັບວິຊາການຂອງສອງຝ່າຍໃນດ້ານຕ່າງໆ ເຊັ່ນ: ເສດຖະກິດ, ການຄ້າ-ການລົງທຶນ, ວັດທະນະທໍາ-ສັງຄົມ ແລະ ການພົວພັນ ລະຫວ່າງ ປະຊາຊົນ ແລະ ປະຊາຊົນຂອງສອງຊາດ. ນອກຈາກນີ້, ຍັງໄດ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງສະໜິດແໜ້ນ ແລະ ຮອບດ້ານບໍ່ວ່າຈະເປັນ ດ້ານການສຶກສາ, ດ້ານວັດທະນະທໍາ, ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ອື່ນໆ  ບົນຈິດໃຈສາມັກຄີຮັກແພງພິເສດ, ສະໜິດສະໜົມ ແລະ ເອື້ອເຝື້ອເພື່ອແຜ່ຕໍ່ກັນ ຢ່າງສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ເນັ້ນຢໍ້າສາຍພົວພັນແບບພິເສດ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ຕະຫຼອດໄລຍະຜ່ານມາ ແລະ ອະນາຄົດ ຈະຍັງສືບຕໍ່ມູນເຊື້ອທີ່ດີ, ມີຄວາມສະມັກຄີທີ່ເຂັ້ມແຂງ ແລະ ໝັ້ນຄົງທະນົງແກ່ນ ສືບຕໍ່ໄປ.

 

ໃນໂອກາດການບັນຍາຍ, ທ່ານ ປອ. ຟາມ ລານ ຊຸງ ໄດ້ເລົ່າເຖິງປະຫວັດມູນເຊື້ອການພົວພັນຮ່ວມມືຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະກວ່າເຄິ່ງສັດຕະວັດທີ່ຜ່ານມາ ສອງຊາດ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານຍືດເຍື້ອຍາວນານ ນັບຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດຂັບໄລ່ຈັກກະພັດຜູ້ຮຸກຮານ ແລະ ປະຕິການຂາຍຊາດ, ຜ່ານຜ່າທຸກອຸປະສັກ ທີ່ເຕັມໄປດ້ວຍຄວາມເສຍສະຫຼະຮ່ວມກັນ ຢ່າງສະເໝີຕົ້ນສະເໝີປາຍ ເພື່ອຍາດເອົາຄວາມເປັນເອກະລາດ, ສິດເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສອງຊາດ ລາວ-ຫວຽດນາມ ໄດ້ຢ່າງສະຫງ່າງາມ, ອັນໄດ້ກາຍເປັນພື້ນຖານອັນແໜ້ນແກ່ນໃຫ້ແກ່ການເຊັນສັນຍາມິດຕະພາບ ແລະ ການຮ່ວມມືໃນປີ 1977. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ລາວ ແລະ ຫວຽດນາມ ສືບຕໍ່ພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ ບໍ່ສະເພາະແຕ່ໃນຂອບສອງຝ່າຍ ແຕ່ຍັງຮ່ວມມືກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອຕໍ່ສູ້ ແລະ ຍາດແຍ່ງເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດຂອງຕົນ.

 

ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ປອ. ຟາມ ລານ ຊຸງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ນອກຈາກການປະຖະກະຖາ ເນື່ອງໃນໂອກາດ 60 ປີ ການພົວພັນການທູດ ລາວ-ຫວຽດນາມ ແລ້ວຍັງໄດ້ເຂົ້າຮ່ວມການພົບປະສອງຝ່າຍ ລະຫວ່າງ ສະຖາບັນການຕ່າງປະເທດລາວ ແລະ ວິທະຍາຄານການທູດຫວຽດນາມ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2022 ເພື່ອຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈໍາທີ່ ສອງກະຊວງການຕ່າງປະເທດ ໄດ້ລົງນາມຮ່ວມກັນ ໃນປີ 2012 ເປັນຕົ້ນມາ, ແນໃສ່ຮັດແໜ້ນການພົວພັນ ແລະ ຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດລາວ ແລະ ວິທະຍາຄານການທູດຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍອອກສູ່ລວງກວ້າງໃນຕໍ່ໜ້າ.

 

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ສປປ ລາວ ແລະ ວິທະຍາຄານການທູດຫວຽດນາມ, ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີການຜັດປ່ຽນການຢ້ຽມຢາມ ແລະ ພົບປະເຊິ່ງກັນ ແລະ ກັນ ເປັນປະຈໍາໃນທຸກໆປີ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງສະຖາບັນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484168
ມື້ນີ້145
ມື້ວານ147
ອາທິດນີ້606
ເດືອນນີ້3473