ໃນວັນທີ 21 ຕຸລາ 2022, ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຈອງ ຢອງ ຊູ (Jung Yung-Soo), ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານທູດ ຈອງ ຢອງ ຊູ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈ ຈາກລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ, ພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ສປປ ລາວ ແລະ ສ.ເກົາຫຼີ. ໃນດ້ານການເມືອງ ສອງປະເທດໄດ້ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ເຖິງວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຫາສູ່ ລະຫວ່າງ ສອງປະເທດ. ນອກນັ້ນ, ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ນອກນີ້, ສອງຝ່າຍໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນອື່ນໆທີ່ມີຄວາມສຳຄັນ.
ໃນຂະນະດຽວກັນ, ທ່ານ ເອກອັກຄະລັດຖະທູດແຕ່ງຕັ້ງ ກໍໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບ ແລະ ໂອ້ລົມໃນຄັ້ງນີ້, ພ້ອມທັງ ຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
************************************