ໃນວັນທີ 9 ພະຈິກ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ດ້ານພະລາທິການ ແລະ ດ້ານເນື້ອໃນຂອງເອກະສານບັນດາຜົນກອງປະຊຸມສຸດຍອດຕ່າງໆທີ່ຈະນໍາສະເໜີຕໍ່ຜູ້ນໍາ ພິຈາລະນາຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມສຸດຍອດກັບຄູ່ເຈລະຈາອາຊຽນ ທີ່ຈະຈັດຂຶ້ນໃນວັນທີ 10-13 ພະຈິກ 2022 ນີ້.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ສືບຕໍ່ຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ຄັ້ງທີ 14 ກ່ຽວກັບການສະໝັກເຂົ້າເປັນສະມາຊິກອາຊຽນຂອງຕີມໍແລັດສະເຕ ເພື່ອປຶກສາຫາລືກ່ຽວກັບການປະເມີນຄວາມພ້ອມດ້ານຕ່າງໆຂອງ ຕີມໍແລັດສະເຕ ໃນການເຂົ້າເປັນສະມາຊິກອາຊຽນ.
..................