ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງຜູ້ອຳນວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM)

 

24 11 2022 HS Bounluea 1

24 11 2022 HS Bounluea 2

 

      ໃນຕອນເຊົ້າວັນທີ 24 ພະຈິກ 2022, ທີ່ກະຊວງການຕ່າງປະເທດ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສະຈວດ ຊິມສັນ (Stuart Simpson), ຮອງຜູ້ອຳນວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ພາຍຫຼັງທີ່ໄດ້ຖືກແຕ່ງຕັ້ງໃນເດືອນສິງຫາ 2022 ຜ່ານມາ.

 

       ທ່ານ ບຸນເຫຼືອ ພັນດານຸວົງ, ໄດ້ສະແດງຄວາມຊົມເຊີຍ ຕໍ່ການເຂົ້າຮັບຕຳແໜ່ງ ແລະ ສະແດງຄວາມຍິນດີຕ້ອນຮັບທ່ານ ສະຈວດ ຊິມສັນ ຢ່າງອົບອຸ່ນ ໃນໂອກາດມາເຂົ້າຢ້ຽມຂໍ່ານັບເພື່ອແນະນຳຕົນເອງ ແລະ ເດີນທາງມາເຮັດວຽກຢູ່ ສປປ ລາວ ເປັນປະເທດທຳອິດ ໃນຈຳນວນ 40 ປະເທດ ທີ່ຫ້ອງການປະຈຳພາກພື້ນອາຊີ-ປາຊີຟິກ ຮັບຜິດຊອບ. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອ ຂອງອົງການ IOM ຕໍ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນການຊ່ວຍອຳນວຍຄວາມສະດວກໃຫ້ແຮງງານລາວທີ່ຕົກຄ້າງຢູ່ຕ່າງປະເທດໄດ້ເດີນທາງກັບ ສປປ ລາວ ໃນໄລຍະການລະບາດຂອງ ພະຍາດໂຄວິດ-19, ໂຄງການຮ່ວມມືເພື່ອຕ້ານການຄ້າມະນຸດ ແລະ ການຊ່ວຍເຫລືອດ້ານການສຶກສາໃຫ້ແກ່ແຮງງານເຄື່ອນຍ້າຍ ແລະ ປະຊາຊົນທົ່ວໄປ. ໃນອະນາຄົດ, ສປປ ລາວ ແລະ ອົງການ IOM ຈະສືບຕໍ່ຮ່ວມມືກັນ ພາຍໃຕ້ສັນຍາຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IOM ເຊິ່ງຖືກລົງນາມໃນເດືອນກັນຍາ ປີ 2021, ແລະ ພາຍໃຕ້ ແຜນຍຸດທະສາດ ອົງການ IOM ສຳລັບ ສປປ ລາວ ສົກປີ 2022-2026.

 

       ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ເປັນໜຶ່ງໃນເຄືອຂ່າຍອົງການ ສະຫະປະຊາຊາດ, ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1951, ປະຈຸບັນມີສະມາຊິກທັງໝົດ 174 ປະເທດ. ອົງການ IOM ໄດ້ເລີ່ມເຂົ້າມາເຄື່ອນໄຫວ ຢູ່ ສປປ ລາວ ໃນປີ 2001 ແລະ ປີ 2007 ໄດ້ສ້າງຕັ້ງຫ້ອງການໂຄງການອົງການ IOM, ສປປ ລາວ ເຂົ້າເປັນສະມາຊິກອົງການ IOM ໃນເດືອນ ມິຖຸນາ 2018.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484541
ມື້ນີ້57
ມື້ວານ188
ອາທິດນີ້979
ເດືອນນີ້3846