ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ສ. ອາເມລິກາ ປະຈຳ ຫ້ອງການ ອົງການສະຫະປະຊາຊາດ ທີ່ ອີຕາລີ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

       

       

20221129 DFM PhoxayUS 1

20221129 DFM PhoxayUS 2

          

           

ໃນຕອນເຊົ້າຂອງວັນທີ 29 ພະຈິກ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ,     ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຊິນດີ    ເມັກເຄນ (Cindy McCain), ເອກອັກຄະລັດຖະທູດ ສ. ອາເມລິກາ ປະຈຳ ຫ້ອງການ ສປຊ ທີ່ ອີຕາລີ,      ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 28-29 ພະຈິກ 2022.

               

ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ຂອງ ທ່ານເອກອັກຄະລັດຖະທູດ ເຊິ່ງເປັນການມາຢ້ຽມຢາມ ສປປ ລາວຄັ້ງທໍາອິດ ເພື່ອມາຕິດຕາມ ແລະ ຊຸກຍູ້ ການຮ່ວມມືລະຫວ່າງ ສ. ອາເມລິກາ ແລະ    ສປປ ລາວ. ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສ. ອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ ອັນເປັນການປະກອບສ່ວນທີ່ສໍາຄັນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ, ໂດຍສະເພາະການແກ້ໄຂຄວາມທຸກຍາກ, ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ວຽກງານດ້ານສາທາລະນະສຸກ ກໍ່ຄືວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ແລະ ອື່ນໆ.

              

ການພົບປະໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ອາເມລິການ ເວົ້າລວມ, ເວົ້າສະເພາະ ວຽກງານການຮ່ວມມືດ້ານການຄ້ຳປະກັນສະບຽງອາຫານ, ໂພຊະນາການ, ສາທາລະນະສຸກ, ວຽກງານສຳຫຼວດ ແລະ ເກັບກູລະເບີດທີ່ບໍ່ທັນແຕກ, ​ການຊ່ວຍເຫຼືອດ້ານມະນຸດສະທໍາ, ໂດຍຜ່ານການຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ກິດຈະກຳຕ່າງໆ ທີ່ໄດ້ຮັບການສະໜັບສະໜູນຈາກ ສ. ອາເມລິກາ ຕະຫຼອດໄລຍະຜ່ານມາ.

               

ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານ ນາງ ຊິນດີ ເມັກເຄນ ໄດ້ເດີນທາງໄປຢ້ຽມຢາມ ໂຄງການຄ້ຳປະກັນສະບຽງອາຫານ ຂອງ ອົງການ WFP ຢູ່ ທີ່ແຂວງຈຳປາສັກ ແລະ ໄດ້ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ແຂວງຈຳປາສັກ ແລະ ມີແຜນຈະເດີນທາງໄປຢ້ຽມຢາມໂຄງການຮ່ວມມື ຂອງຂະແໜງກະສິກຳ ຮ່ວມກັບອົງການ FAO, ແລະ ໂຄງການສຳຫຼວດ ແລະ ເກັບກູ້ລະເບີດ ຂອງ ອົງການ MAG ຢູ່ ນະຄອນຫຼວງວຽງຈັນກ່ອນຈະເດີນທາງກັບຄືນປະເທດ.

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484572
ມື້ນີ້88
ມື້ວານ188
ອາທິດນີ້1010
ເດືອນນີ້3877