ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35

 

ASEANaus15 1

ASEANaus15 4

 

ໃນວັນທີ 16-17 ມີນາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35 ທີ່ ນະຄອນຫຼວງວຽງຈັນ ຮ່ວມກັບ ທ່ານ ນ. Michelle Chan, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ທັງເປັນເຈົ້າໜ້າທີ່ອາວຸໂສອົດສະຕຣາລີ ຮັບຜິດຊອບວຽກອາຊຽນ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ເວທີພາກພື້ນອາຊຽນ. ກອງປະຊຸມຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາວຸໂສ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ, ອົດສະຕຣາລີ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ປະເທດ ຕີມໍແລັດສະເຕ ກໍໄດ້ເຂົ້າຮ່ວມໃນນາມຜູ້ສັງເກດການ.

 

ກອງປະຊຸມ ໄດ້ແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະ 1 ປີ ຜ່ານມາ ກໍຄືການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2 ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ, ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົດສະຕຣາລີ (2020-2024), ເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານດັ່ງກ່າວ ແລະ ບັນດາຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ (Aus4ASEAN), ຊຶ່ງກວມເອົາ 3 ເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໃຫ້ເປັນຮູບປະທໍາ. ໃນໂອກາດນີ້, ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບຂໍ້ສະເໜີການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ມີແຜນຈະຈັດຂຶ້ນໃນປີ 2024 ທີ່ ອົດສະຕຣາລີ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການແກ້ໄຂ ແລະ ຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຄ້າ, ການຫັນປ່ຽນ ແລະ ການເຊື່ອມຈອດດ້ານດີຈີຕອນ, ເສດຖະກິດດີຈີຕອນ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການເຊື່ອມໂຍງພາກພື້ນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ເຄືອຄ່າຍຕົວເມືອງອັດສະລິຍະ, ແລະ ສິດສະເໝີພາບລະຫວ່າງຍິງຊາຍ.

 

ໃນໂອກາດນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ ແລະ ເດືອນ ກັນຍາ 2023 ຕາມລໍາດັບ.

 

ສປປ ລາວ ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ (2021-2024).

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483948
ມື້ນີ້72
ມື້ວານ183
ອາທິດນີ້386
ເດືອນນີ້3253