ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການສະເໜີຂໍເຂົ້າພົບປະຂອງ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ

 

202359 Poxay 1

202359 Poxay 2

 

     ໃນວັນທີ 9 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການສະເໜີຂໍເຂົ້າພົບປະ ຂອງທ່ານ ນ. ຊາຣາ ເຊັກເກັນເນັສ໌, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

 

     ຈຸດປະສົງຂອງການພົບປະຄັ້ງນີ້ ແມ່ນເພື່ອລາຍງານຄວາມຄືບໜ້າການປະຕິບັດວຽກງານຂອງ ບັນດາອົງການເຄືອຂ່າຍ ສປຊ ທີ່ເຮັດວຽກຢູ່ ສປປ ລາວ ເປັນຕົ້ນແມ່ນການສ້າງຍຸດທະສາດການຂ້າມຜ່ານ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ຢ່າງໂລ່ງລ່ຽນ (Smooth Transition Strategy - STS), ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ວຽນນາ ສຳລັບບັນດາປະເທດກຳລັງພັດທະນາບໍ່ມີຊາຍແດນຕິດຈອດກັບທະເລ (Landlocked Developing Country - LLDC) ປີ 2014 - 2024 ແລະ ແຈ້ງໃຫ້ຊາບກ່ຽວກັບ ເນື້ອໃນຫຼັກທີ່ຈະຖືກຍົກຂຶ້ນໃນ ກອງປະຊຸມສຸດຍອດວ່າດ້ວຍ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຫຼື SDG SUMMIT 2023 ທີ່ີມີແຜນຈະຈັດຂຶ້ນໃນລະຫວ່າງວັນທີ 18 - 19 ກັນຍາ 2023, ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ທີ່ ນິວຢອກ ເຊິ່ງປະເທດສະມາຊິກ ຈະມີການປຶກສາຫາລືກັນ ແລະ ປະກອບຄໍາເຫັນແນໃສ່ 3 ເນື້ອໃນຫຼັກຄື: (1) ຢໍ້າຄືນຄວາມໝາຍໝັ້ນຂອງຕົນ ໃນການຈັດຕັ້ງປະຕິິບັດ ປພຍ ພາຍໃນປີ 2030 ໂດຍຜູ້ນໍາຂັ້ນສູງ, (2) ລາຍງານຫຍໍ້ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ປພຍ ຂອງປະເທດຕົນ ແລະ (3) ຊຸກຍູ້ໃຫ້ປະເທດສະມາຊິກ ສ້າງແຜນປະຕິບັດງານຂອງຕົນ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ.

 

      ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈຕໍ່ກັບ ອົງການ ສປຊ ທີ່ໄດ້ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການສ້າງຍຸດທະສາດການຂ້າມຜ່ານ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ຢ່າງໂລ່ງລ່ຽນ (STS) ແລະ ໄດ້ແຈ້ງໃຫ້ ທ່ານ ນາງ ຊາຣາ ຊາບວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮັບຮອງໃນດ້ານຫຼັກການ ກ່ຽວກັບ ແຜນຍຸດທະສາດດັ່ງກ່າວ ໃນໄລຍະກອງປະຊຸມຄະນະລັດຖະບານ ຄັ້ງວັນທີ 28 ມີນາ 2023 ທີ່ຜ່ານມາ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກໍ່ຍັງແຈ້ງໃຫ້ຊາບວ່າ ສປປ ລາວ ກໍາລັງຮ່າງບົດລາຍງານສະບັບສຸດທ້າຍກ່ຽວກັບ ການຈັດຕັ້ງປະຕິບັດ ແຜນປະຕິບັດງານວຽນນາ ສຳລັບບັນດາປະເທດກຳລັງພັດທະນາບໍ່ມີຊາຍແດນຕິດຈອດກັບທະເລ (LLDC) ປີ 2014 - 2024 ແລະ ກໍາລັງຄົ້ນຄວ້າ ບຸລິມະສິດສໍາລັບແຜນປະຕິບັດງານສະບັບໃໝ່ ທີ່ຈະຖືກຍົກຂຶ້ນປຶກສາຫາລື ແລະ ຮັບຮອງເອົາໃນກອງປະຊຸມ ສຸດຍອດ LLDC ທີ່ຈະຈັດຂຶ້ນຢູ່ ກິກາລີ ປະເທດຣະວັນດາ ໃນປີ 2024. ສໍາລັບເນື້ອໃນຈິດໃຈທີ່ຈະປຶກສາຫາລື ແລະ ຍົກຂຶ້ນໃນກອງປະຊຸມ SDG SUMMIT 2023, ສປປ ລາວ ຕີລາຄາສູງ ແລະ ມີຄວາມຄາດຫວັງຕໍ່ຜົນຂອງກອງປະຊຸມດັ່ງກ່າວ ເຊິ່ງຈະບໍ່ພຽງແຕ່ສະແດງໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນໄລຍະຜ່ານມາ, ແຕ່ຍັງຈະເປັນເວທີ ເພື່ອດຶງດູດຄວາມສົນໃຈຈາກປະຊາຄົມໂລກ ໃນການຫຼຸດຜ່ອນຄວາມແຕກໂຕນ ແລະ ແກ້ໄຂບັນດາສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ຊຶ່ງຫຼາຍປະເທດ ລວມທັງ ສປປ ລາວ ກຳລັງປະເຊີນຢູ່.

 

       ທ້າຍສຸດ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ກັບ ບັນດາອົງການເຄືອຂ່າຍ ສປຊ ທີ່ເຮັດວຽກຢູ່ ສປປ ລາວ ຕໍ່ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການພັດທະນາ ແລະ ການຈັດຕັ້ງປະຕິບັດ ປພຍ ໃນໄລຍະຜ່ານມາ ພ້ອມທັງສະເໜີໃຫ້ ບັນດາອົງການເຄືອຂ່າຍ ສປຊ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຊຸມປີ ຕໍ່ໜ້າ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473