ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈໍາ ພາກພື້ນອາຊີ-ປາຊີຟິກ (79th UNESCAP)

20230515 DM Phoxay UNESCAP 79 01

 

ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (The 79th United Nations Economic and Social Commission for Asia and the Pacific), ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 15-19 ພຶດສະພາ 2023, ທີ່ບາງກອກ, ຣາຊະອານາຈັກໄທ, ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະການເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາຊີຟິກ ເພື່ອການພັດທະນາແບບຍືນຍົງ (Accelerating climate actions in Asia and the Pacific for Sustainable development)”, ເຊິ່ງມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກ ຈຳນວນ 46 ປະເທດ, ບັນດາອົງການເຄືອຂ່າຍ ສປຊ ປະຈຳ ພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານປະມານ 21 ພາກສ່ວນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ເປັນຕົ້ນແມ່ນບັນຫາທີ່ຕິດພັນກັບຄວາມຮັບຜິດຊອບຂອງອະນຸກຳມະການຕ່າງໆ, ວຽກງານບໍລິຫານ ກອງເລຂາ ແລະ ເພື່ອປຶກສາຫາລືວາງແຜນວຽກຂອງອົງການປະຈຳປີ 2023 ແລະ ວຽກໃນຕໍ່ໜ້າ.

 

20230515 DM Phoxay UNESCAP 79 02

 

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຂຶ້ນກ່າວຄຳປາໄສໃນກອງປະຊຸມ ໃນພາກອະພິປາຍທົ່ວໄປ ໂດຍຊີ້ໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ເປັນຕົ້ນແມ່ນ ບັນຫາທາງດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ສົ່ງຜົນກະທົບຕໍ່ທຸກປະເທດໃນທົ່ວໂລກ ໂດຍສະເພາະຕໍ່ກັບບັນດາປະເທດທີ່ມີຄວາມບອບບາງ, ຊຶ່ງອາດເປັນປັດໄຈສຳຄັນທີ່ເຮັດໃຫ້ປະເທດເຫລົ່ານັ້ນບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້. ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນຫລາຍຕໍ່ກັບແນວທາງການພັດທະນາ ແລະ ການເຕີບໂຕສີຂຽວ, ສະອາດ ແລະ ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ; ພ້ອມທັງຢໍ້າຄືນຄວາມໝາຍໝັ້ນໃນການສະກັດກັ້ນ ແລະ ຫລຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ; ລວມເຖິງການຮ່ວມມືຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງນະໂຍບາຍ ແລະ ຍຸດທະສາດດ້ານການປ່ຽນແປງຂອງສະພາບດິນຟ້າອາກາດໃຫ້ສົມບູນແບບ ແລະ ແທດເໝາະຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອບັນລຸບັນດາຄາດໝາຍແຫ່ງຊາດ ກໍຄື ການປະຕິບັດພັນທະສາກົນ ລວມທັງເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໃນປີ 2030.

 

ພ້ອມດຽວກັນນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ Armida Salsiah Alisjahbana, ຮອງເລຂາທິການ ອົງການ ສປຊ ແລະ ທັງເປັນ ເລຂາທິການບໍລິຫານຄະນະກຳມາທິການເສດຖະກິດ - ສັງຄົມອົງການ ສປຊ ປະຈໍາພາກພື້ນ ອາຊີ - ປາຊີຟິກ (UNESCAP) ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNESCAP ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການກະກຽມເປັນປະທານອາຊຽນໃນປີ 2024 ແລະ ການກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026.

 

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ມີການປະກອບສ່ວນຢ່າງຫ້າວຫັນໃນການປະກອບຄຳເຫັນ ໃນວາວລະຕ່າງໆຂອງກອງປະຊຸມ, ໂດຍສະເພາະ ໄດ້ປະກອບຄໍາເຫັນໃນວາລະທີ 03 ກ່ຽວກັບ ການ​ຮ່ວມ​ມືສໍາລັບປະເທດດ້ອຍພັດທະນາ (LDCs), ການຮ່ວມມືເພື່ອ​ແກ້​ໄຂຜົນກະທົບທາງດ້ານການປ່ຽນແປງດິນຟ້າອາກາດ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີຄວາມກ່ຽວພັນກັນ ເນື່ອງຈາກການຈັດຕັ້ງປະຕິບັດວຽກງານຕ່າງໆ​ໃນ​ປັດຈຸ​ບັນ ​ແລະ ອະນາຄົດລ້ວນແຕ່  ປະເຊີນກັບສິ່ງທ້າທາຍ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ​ແລະ ການພັດທະນາຂອງບັນດາປະເທດດ້ອຍພັດທະນາ, ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ບັນດາປະເທດເກາະດອນນ້ອຍກຳລັງພັດທະນາ ລວມທັງ ສປປ ລາວ.

 

ໃນຕອນທ້າຍຂອງກອງປະຊຸມ ຈະມີການຮັບຮອງເອົາຮ່າງຍັດຕິຈຳນວນ 10 ສະບັບ ແລະ ມະຕິຂອງກອງປະຊຸມຈໍານວນ 12 ສະບັບ ແລະ ພ້ອມທັງປຶກສາຫາລືເພື່ອຈະກຳນົດເອົາຫົວຂໍ້ “ການນຳໃຊ້ນະວັດຕະກຳດິຈິຕອນໃຫ້ເກີດຜົນ ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນອາຊີ ແລະ ປາຊີຟິກ” (Leveraging digital innovation for sustainable development in Asia and the Pacific) ເປັນຫົວຂໍ້ ສໍາລັບການດໍາເນີນກອງປະຊຸມປະຈໍາປີຂອງ UNESCAP ຄັ້ງທີ 80 ຊຶ່ງຈະຈັດຂຶ້ນໃນທ້າຍເດືອນເມສາ ປີ 2024.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480409
ມື້ນີ້67
ມື້ວານ172
ອາທິດນີ້807
ເດືອນນີ້6640