ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານຍີ່ປຸ່ນ ສືບຕໍ່ໃຫ້ທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ

 

Jpanaid 1

 

ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ລະດັບປະລິນຍາໂທ ແລະ ປະລິນຍາເອກ) ຫຼື ທຶນ JDS, ມູນຄ່າ 343 ລ້ານເຢນ ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ, ເຊິ່ງຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ມີບັນດາຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

 

ທຶນ JDS ແມ່ນ ທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ລັດຖະບານຍີ່ປຸ່ນ ສະໜອງໃຫ້ແກ່ ສປປ ລາວ ເພື່ອແນ່ໃສ່ຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ລັດຖະກອນຂອງລາວ. ນັບແຕ່ປີ 1999 ເປັນຕົ້ນມາ, ມາຮອດປະຈຸບັນ ສປປ ລາວ ໄດ້ຮັບທຶນການສຶກສາ JDS ລວມທັງໝົດ 474 ທຶນ (ສະເລ່ຍປີລະ 20 ທຶນ), ເຊິ່ງມີບັນດາພະນັກງານຈາກ ຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນໆຂອງ ສປປ ລາວ ໄດ້ຮັບຄັດເລືອກເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບຄຸນນະພາບຂອງບຸກຄະລາກອນລາວ ທີ່ປະຕິບັດໜ້າທີ່ວຽກງານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະຜ່ານມາ.

 

ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າຈິງໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ, ໂດຍ​ສະ​ເພາະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງ ຍີ່ປຸ່ນ ທີ່ຍັງຢູ່ໃນອັນດັບຕົ້ນຂອງການຊ່ວຍເຫຼືອຈາກຕ່າງປະເທດ ໃຫ້ແກ່ ສປປ ລາວ (ສະ​ເລ່ຍປະມານ 90-100 ລ້ານ​ໂດ​ລາ ຕໍ່ປີ), ວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ແມ່ນຂະແໜງການໜຶ່ງທີ່ລັດຖະບານລາວ ຖືເປັນບູລິມະສິດສໍາຄັນ ແລະ ເປັນປັດໄຈສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ໃນໄລຍະຜ່ານມາ, ລັດ​ຖະ​ບານ ກໍຄື ປະ​ຊາ​ຊົນ​ຍີ່​ປຸ່ນ ໄດ້ສະໜັບສະໜູນ ສປປ ລາວ ໃນການພັດທະນາວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເປັນຕົ້ນແມ່ນ ການກໍ່ສ້າງ-ປັບປຸງໂຮງຮຽນຢູ່ໃນເຂດຫ່າງໄກສອກຫຼີກ, ການສະໜອງອຸປະກອນການສຶກສາທີ່ຈໍາເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ. ພ້ອມນີ້, ກໍ່ໃຫ້ຄຳຫມັ້ນສັນຍາວ່າ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາ​ວ ​ຈະ​ນຳໃຊ້​​ໂຄງ​ການ​ຊ່ວຍ​ເຫຼືອຄັ້ງ​ນີ້ ໃຫ້ເກີດ​ປະ​ໂຫຍດສູງ​ສຸດ ເພື່ອເຮັດໃຫ້ການພັດ​ທະ​ນາຊັບພະຍາກອນມະນຸດຂອງ ສປປ ລາວ ມີຄຸນນະພາບສູງຂຶ້ນ ແລະ ສືບຕໍ່ປະກອບສ່ວນສໍາຄັນໃນການພັດທະນາ ສປປ ລາວ ໃຫ້ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເພື່ອພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຕື່ມອີກໃນຕໍ່ໜ້າ.

 

ໃນຂະນະດຽວກັນ, ທ່ານທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມຫມາຍຫມັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ຍີ່ປຸ່ນ - ສປປ ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484533
ມື້ນີ້49
ມື້ວານ188
ອາທິດນີ້971
ເດືອນນີ້3838