ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ມົງໂກລີ ເພີ່ມທະວີການຮ່ວມມືວຽກງານບໍລິການສະຖານທູດ

 

 

2023522 Mongoria 1

2023522 Mongoria 2

2023522 Mongoria 3

 

     ໃນວັນທີ 22 ພຶດສະພາ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ຄໍາພອນ ວົງສັນຕິ, ຫົວໜ້າຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບ ທ່ານ ນາງ ອິຈິນຫໍລໍ ບັດສຸກ (Ichinkhorloo Batsukh), ຫົວໜ້າຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ມົງໂກລີ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 21-23 ພຶດສະພາ 2023.

 

     ໃນການພົບປະ, ທ່ານ ຄໍາພອນ ວົງສັນຕິ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນ ຈາກຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ມົງໂກລີ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການສືບຕໍ່ຮັດແຫນ້ນການຮ່ວມມື ລະຫວ່າງ ຫ້ອງການບໍລິການສະຖານທູດ ຂອງທັງສອງກະຊວງການຕ່າງປະເທດ ລາວ-ກົງໂກລີ ໃຫ້ມີບາດກ້າວອັນໃຫມ່ໃນອະນາຄົດ. ໃນໂອກາດນີ້, ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນ ການພົບປະແລກປ່ຽນການຢ້ຽມຢາມສອງຝ່າຍ, ການຖ່າຍຖອດ-ແລກປ່ຽນບົດຮຽນຮ່ວມກັນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານຕ່າງໆ ໃນອະນາຄົດ.

 

     ໃນຂະນະດຽວກັນ, ທ່ານ ນາງ ອິຈິນຫໍລໍ ບັດສຸກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ຢືນຢັນຄືນຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງ ມົງໂກລີ ເພື່ອປະສານສົມທົບກັນຢ່າງໃກ້ຊິດກັບຝ່າຍລາວ ໃນການສົ່ງເສີມການຮ່ວມມືທີ່ສອງຝ່າຍມີທ່າແຮງຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ມົງໂກລີ-ລາວ ໃຫ້ໄດ້ຮັບໝາກຜົນອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມນີ້, ກໍ່ໄດ້ເຊື້ອເຊີນຝ່າຍລາວ ໄປຢ້ຽມຢາມ ມົງໂກລີ ໃນໂອກາດທີ່ເຫມາະສົມ, ອວຍພອນໃຫ້ສາຍພົວພັນມິດຕະພາບ ມົງໂກລີ-ລາວ ຈົ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ມີໝາກຜົນສຳເລັດ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

 

      ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຈາກບໍລິການສະຖານທູດ ມົງໂກລີ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ​ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຜົນການພົບປະເຮັດວຽກສອງຝ່າຍ ລະຫວ່າງ ສອງຫ້ອງການບໍລິການສະຖານທູດ ມົງໂກລີ - ສປປ ລາວ, ເຊິ່ງການພົບປະໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ມີຜົນສຳເລັດຢ່າງຈົບງາມ. ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ກໍ່ແມ່ນເພື່ອປະຕິບັດຕາມເຈດຈຳນົງຂອງລັດຖະບານ ມົງໂກລີ ທີ່ມີຄວາມຍິນດີຈະສືບຕໍ່ຍົກສູງການພົວພັນຮ່ວມມືກັບ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ໂດຍສະເພາະ ການຊຸກຍູ້ສະໜັບສະໜູນວຽກງານຂອງສອງພາກສ່ວນດັ່ງກ່າວໃຫ້ກ້າວເຂົ້າສູ່ຜົນສຳເລັດອັນໃໝ່ໃນອະນາຄົດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484641
ມື້ນີ້157
ມື້ວານ188
ອາທິດນີ້1079
ເດືອນນີ້3946