ໃນວັນທີ 26 ພຶດສະພາ 2023, ກະຊວງການຕ່າງປະເທດ ໃນນາມຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ (LDC) ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ (UNRCO) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ກັບ ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບ ແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ (Lao PDR Least Developed Country Graduation Smooth Transition Strategy: consultations with development partners and relevant sectors) ທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກັນເນັດສ໌, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຈາກບັນດາຈຸດປະສານງານ LDC ຂອງບັນດາກະຊວງ ແລະ ຂະແໜງ ການກ່ຽວຂ້ອງ, ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ກອງເລຂາອົງການ ສປຊ ທີ່ນິວຢອກ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງສັງຄົມ ແລະ ພາກເອກະຊົນ ຫຼາຍກວ່າ 100 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອສືບຕໍ່ແລກປ່ຽນຄໍາຄິດຄຳເຫັນແບບເປີດກວ້າງກັບທຸກພາກສ່ວນ ທັງພາກລັດ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງສັງຄົມ, ພາກເອກະຊົນ ແລະ ອື່ນໆ ກ່ຽວກັບການຮ່າງແຜນຍຸດທະສາດດັ່ງກ່າວໃຫ້ມີຄວາມແທດເໝາະ, ມີຈຸດສຸມສະເພາະ, ສອດຄ່ອງກັບຄວາມຕ້ອງການທີ່ເປັນບູລິມະສິດໃນການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ກໍຄືທ່ວງທ່າໃນການພັດທະນາຕົວຈິງ ຂອງ ສປປ ລາວ ເພື່ອກະກຽມຄວາມພ້ອມໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ, ພ້ອມທັງເປັນໂອກາດສືບຕໍ່ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບກັນກ່ຽວກັບຂະບວນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ຢ່າງທົ່ວເຖິງ.
ສຳລັບເນື້ອໃນສຳຄັນຂອງຮ່າງຍຸດທະສາດ ດັ່ງກ່າວປະກອບມີ 4 ເສົາຄໍ້າບູລິມະສິດຄື: 1.) ການສ້າງເສດຖະກິດມະຫາພາກໃຫ້ຄວາມສະຖຽນລະພາບ ແລະ ການເງິນທີ່ຍືນຍົງ; 2.) ການຄ້າ ແລະ ການລົງທຶນ; 3.) ການຫັນປ່ຽນໂຄງສ້າງທາງດ້ານເສດຖະກິດ; ແລະ 4.) ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ, ລວມທັງ ກົນໄກການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນດັ່ງກ່າວ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນວ່າ ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນຂອງອົງການ ສປຊ ສອງຄັ້ງຕິດຕໍ່ກັນ ໃນປີ 2018 ແລະ 2021 ເພື່ອຫຼຸດພົ້ນອອກຈາກສະຖານະພາບ LDC ມັນບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດທີ່ເປັນຂີດ ໝາຍສໍາຄັນທາງປະຫວັດສາດ ຂອງຂະບວນການພັດທະນາສ້າງສາປະເທດຊາດຂອງພວກເຮົາ. ສະນັ້ນ, ການສ້າງແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນ ແມ່ນມີຄວາມໝາຍຄວາມສໍາຄັນ ເພື່ອກະກຽມຄວາມພ້ອມທີ່ດີໃນດ້ານຕ່າງໆຂອງ ສປປ ລາວ ໃຫ້ສາມາດອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງ ໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ເພື່ອຮັບປະກັນບໍ່ໃຫ້ກັບຄືນມາຢູ່ໃນສະພາບເກົ່າ ໂດຍການກຳນົດບັນດາບູລິມະສິດດ້ານຕ່າງໆ ແລະ ການສ້າງຄວາມອາດສາມາດ ແຕ່ນີ້ຮອດປີ 2026 ແລະ ພາຍຫຼັງປີ 2026 ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ດ້ານການຄ້າ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການຮັບມືກັບໄພພິບັດທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການພັດທະນາແບບຍືນຍົງ ຕາມທິດເຕີບໂຕສີຂຽວ ແລະ ການຫັນເປັນທັນສະໄໝໃນອະນາຄົດ.
ທ່ານປະທານຍັງໄດ້ກ່າວວ່າ ເພື່ອບັນລຸເປົ້າຫມາຍດັ່ງກ່າວ ມັນຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ທັງພາກລັດ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕ້ອງສືບຕໍ່ຮັດແຫນ້ນການຮ່ວມມື ປະສານງານ ແລະ ໃຫ້ການສະຫນັບສະຫນູນຊ່ວຍເຫລືອທີ່ຈຳເປັນ ສຳລັບການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ, ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຂອບການຮ່ວມມືອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ລວມທັງການແກ້ໄຂບັນດາສິ່ງທ້າທາຍໃນໄລຍະຂ້າມຜ່ານຮອດປີ 2026.
ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ໂດຍໃນຂັ້ນຕອນຕໍ່ໄປຈະມີການປັບປຸງແຜນຍຸດທະສາດດັ່ງກ່າວເປັນສະບັບສຸດທ້າຍ ກ່ອນຈະສະເຫນີໃຫ້ມີການຮັບຮອງຢ່າງເປັນທາງການພາຍໃນກາງປີນີ້.