ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຂອບການຮ່ວມມືແຫ່ງອາຊີ ຄັ້ງທີ 14

slx 2016.2.13

ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຂອບ​ການການຮ່ວມມືແຫ່ງອາຊີ ຄັ້ງທີ 14 (14th ACD Ministerial Meeting) ໃນວັນທີ 9-10 ມີນາ 2016 ທີ່ ບາງກອກ, ປະ​ເທດ ໄທ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາເນປານ ເຂົ້າເປັນສະມາຊິກໃໝ່ ເປັນປະເທດ 34, ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ,ໂຄງການຮ່ວມມືເອຊີດີ ໃນໄລຍະທີ່ຜ່ານມາ. ນອກຈາກ​ນັ້ນ, ກອງ​ປະຊຸມ​​ໄດ້ປຶກສາຫາລື ບັນດາເອກະສານຕ່າງໆ ສໍາລັບກອງປະຊຸມ ສຸດຍອດຄັ້ງທີ 2 ທີ່ຈະຈັດໃນເດືອນຕຸລາ 2016 ແລະ ຮັບຮອງເອົາເອກະສານຄື: ວາລະກອງປະຊຸມ, ຖະແຫຼງການປະທານ, ​ແນວຄວາມຄິດວິໄສທັດ ສໍາລັບການຮ່ວມມືອາຊີ 2030 ​ໂດຍ​ສະເພາະ​ເນັ້ນ​ໃສ່ການເຊື່ອມຈອດພາກພື້ນ, ຂະແໜງບຸລິມາສິດໃນການຮ່ວມມື, ພິຈາລະນາການສ້າງຕັ້ງກອງເລຂາຖາວອນ ແລະ ບັນຫາ​ສໍາຄັນອື່ນໆ ແລະ ລວມທັງທິດທາງການຮ່ວມມື ໃນອານາຄົດ.

ນອກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫຼງຂອງປະທານກອງປະຊຸມລັດຖະມົນຕີເອຊີດີ ຄັ້ງທີ 14 ແລະ ຫົວໜ້າຄະນະຜູ້ແທນລາວໃນປະກອບຄໍາເຫັນຕໍ່ກອງປະຊຸມໂດຍໄດ້ເນັ້ນ ວິໄສທັດເອຊີດີ 2030 ຄວນຊຸກຍູ້ໃຫ້ເກີດມີຮູບປະທໍາ ແລະ ເລີກລ່ຽງການທັບຊ້ອນກັບຂອບການຮ່ວມມືອື່ນ, ແລະ ຄາດຫວັງວ່າ 6 ໂຂງເຂດບູລິມາສິດທີ່ຕິດພັນກັບການພັດທະນາແບບຢືນ ຢົງ ຈະຊ່ວຍຊຸກຍູ້ໃຫ້ແກ່ການເປັນກໍາລັງແຮງດ້ານເສດຖະກິດໂລກ, ລວມທັງສະໜັບສະໜູນ ການຍົກລະດັບຂອງກອງເລຂາຊົ່ວຄາວ ຂຶ້ນເປັນກອງເລຂາຖາວອນ ບົນພື້ນຖານການສຶກສາພາລະ ບົດບາດ ແລະ ຄວາມເປັນເອກະພາບຂອງບັນດາປະເທດສະມາຊິກ. ນອກນັ້ນ, ຍັງໄດ້ປະກອບຄໍາເຫັນໃນວາລະວົງແຄບ ທີ່ກ່ຽວພັນເຖີງຄວາມສໍາຄັນໃນການຮ່ວມມືຂອງພາກທຸລະກິດ ແລະ ການສຶກສາ ເພາະເປັນກໍາລັງຂັບເຄື່ອນການເຕີບໂຕຂອງເສດຖະກິດ ກໍຄືການຮ່ວມມືໃນບັນດາປະເທດສະມາຊິກ.

ໃນໂອກາດດຽວກັນ, ຫົວໜ້າຄະນະຜູ້ແທນ ຂອງ ສປປ ລາວ ຍັງໄດ້ພົບ​ປະ​ສອງ​ຝ່າຍ ກັບ ທ່ານ ບັນດິດ ລີມສະກຸນ, ເລຂາທິການໃຫຍ່ ກອງເລຂາຊົ່ວຄາວເອຊີດີ, ຊຶ່ງ ທ່ານ ຫົວໜ້າ​ຄະນະ ຂອງ ສປປ ລາວ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຂອບໃຈຕໍ່ ກອງ​ເລຂາ​ເອຊີ​ດີ ​ໃນ​ການ​ສະໜັບສະໜູນ ​ແລະ ​​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື ຂອງ​ບັນດາ​ປະ​ເທດ​ສະມາຊິກ ຂອງ​​ພາກ​ພື້ນ. ນອກຈາກນີ້, ສປປ ລາວ ກໍ່ຍັງສະເໜີໃຫ້ ທ່ານ ເລຂາທິການໃຫຍ່ເອຊີດີ ສືບຕໍ່ຊຸກຍູ້ການຮ່ວມມືຈາກການຫັນວິໄສທັດ ເປັນຮູບປະທໍາ​ໃຫ້ຫຼາຍຂຶ້ນກວ່າ​​ເກົ່າ. ພ້ອມດຽວກັນນີ້, ທ່ານ ເລຂາທິການໃຫຍ່ເອຊີດີ ກໍ່ໄດ້ຊົມເຊີຍການເປັນປະທານອາຊຽນຂອງ ສປປ ລາວ ແລະ ການໃຫ້ຄວາມຮ່ວມມືສະໜັບສະໜູນເອຊີດີ ຕະຫຼອດ​ໄລຍະ​ຜ່ານ​ມາ. ສອງຝ່າຍກໍ່ຍັງໄດ້ ແລກປ່ຽນຄວາມຄິດຄວາມເຫັນເພື່ອສືບຕໍ່ໃຫ້ຂອບການຮ່ວມມືດັ່ງກ່າວມີໝາກຜົນຫຼາຍຂື້ນກວ່າເກົ່າ.                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                  

ຂອບ​ການ​ຮ່ວມ​ມື ACD ​ແມ່ນ​​ເວທີ​ປຶກສາ​ຫາ​ລືສົນທະນາ, ຊຶ່ງ​​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2002, ​ໂດຍ​ມີ​ກອງ​ປະຊຸມປະຈຳ​ປີ​ຂອງລັດຖະມົນຕີ​ຕ່າງປະ​ເທດ ແລະ ມີກອງປະຊຸມສຸດຍອດ ​ເປັນ​ກົນ​ໄກ​ສູງ​ສຸດ​ໃນ​ໄລຍະ​ຜ່ານ​ມາ. ປະຈຸ​ບັນ​ມີ​ສະມາຊິກທັງ​ໝົດ 34 ປະ​ເທດ

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485315
ມື້ນີ້16
ມື້ວານ227
ອາທິດນີ້351
ເດືອນນີ້4620