ກົມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໄດ້ມອບລົດຕູ້ ຍີ່ຫໍ້ໂຕໂຍຕ້າ HIACE 16 ບ່ອນນັ່ງຈຳນວນ 1 ຄັນ ແລະ ລົດກະບະໂຕໂຍຕ້າ HILUX 4X4, 1 ຄັນ ມີມູນຄ່າລວມ 468.000.000 ກີບ ໃຫ້ແກ່ຫ້ອງການຄະນະກຳມະການຮ່ວມມື ລາວ-ໄທ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານການພົວພັນ ແລະ ການຮ່ວມມື ລາວ-ໄທ ພາຍໃຕ້ຂອບການຮ່ວມມືຂອງຄະນະກຳມາທິການຮ່ວມມື ວ່າດ້ວຍການຮ່ວມມື ລາວ-ໄທ ແລະ ການຮ່ວມມືທາງດ້ານວິຊາການ ລາວ-ໄທ ໃຫ້ສະດວກຂຶ້ນກວ່າເກົ່າ.
ພິທີມອບ-ຮັບດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2016, ທີ່ ກະຊວງການຕ່າງປະເທດ, ລະຫວ່າງ ທ່ານນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ກ່າວຮັບ ແລະ ມອບໂດຍທ່ານ ນົບພະດົນ ເທບພິທັກ, ເອກອັກຄະຣາຊະທູດວິຊາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ໂດຍມີພະນັກງານກະຊວງການຕ່າງປະເທດ ແລະ ສະຖານທູດໄທ ປະຈຳ ສປປ ລາວ ເຂົ້າຮ່ວມ.