ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຮອບດ້ານ ຄັ້ງທີ VII ລາວ-ອາເມລິກາ

 

Lao-America

 

ໃນເວລາ 13:00 ໂມງ ຂອງ ວັນທີ 06 ພຶດສະພາ 2016, ກອງປະຊຸມປຶກສາຫາລືຮອບດ້ານ ກ່ຽວກັບ ການພົວພັນ-ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ອາເມລິກາ ຄັ້ງທີ 7, ໄດ້ໄຂຂຶ້ນທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນອາເມລິກາ ນຳໂດຍ ທ່ານ ດານຽນ ຣັດເຊວ (Daniel Russel ), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ.

   

ໃນໂອກາດກອງປະຊຸມດັ່ງກ່າວ, ຄະນະຜູ້ແທນສອງຝ່າຍ ໄດ້ສະຫລຸບຕີລາຄາຄືນ ການພົວພັນ-ຮ່ວມມື ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ໂດຍສະເພາະນັບແຕ່ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມລິກາ ຄັ້ງທີ VI ທີ່ ວໍຊິງຕັນ ດີຊີ ໃນປີ 2015. ສອງຝ່າຍ ໄດ້ລົງເລິກປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງກວ້າງຂວາງ ກ່ຽວກັບບັນຫາຕ່າງໆ ທີ່ນອນຢູ່ໃນຂອບການຮ່ວມມືສອງຝ່າຍເຊັ່ນ: ວຽກງານການຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ( MIA ), ການເກັບກູ້ລະເບີດທີ່ບໍ່ທັນແຕກ UXO ), ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ ແລະ ວັດທະນະທໍາ, ການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ດ້ານການຄ້າ-ການລົງ​ທຶນ ລະຫວ່າງ ສອງປະເທດ... ນອກຈາກ​ນັ້ນ, ທັງ​ສອງ​ຝ່າຍ ຍັງ​ໄດ້​ປຶກສາ​ຫາລື​ ກ່ຽວ​ກັບ ບັນຫາ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ​ ທີ່​ຕ່າງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ​ເປັນຕົ້ນ​ແມ່ນ ການ​ເປັນປະທານ​ອາຊຽນ ຂອງ ສປປ ລາວ, ບົດບາດຂອງ ອາເມລິກາ ໃນພາກ​ພື້ນອາຊີ-ປາຊີຟິກ ຊຶ່ງ​ໃນນັ້ນສອງຝ່າຍ ຍັງ​ໄດ້ປຶກ​ສາ​ຫາລືໃນ​ດ້ານ​ການ​ກະ​ກຽມໃຫ້​ແກ່​ການ​ເດີນທາງ​ມາ​ຢ້ຽມ​ຢາມ ສປປ ລາວ ຄັ້ງປະ​ຫວັດ​ສາດ ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາຊຽນ ຂອງ ປະທານາທິບໍດີ ສະຫະລັດ ອາ​ເມ​ລິ​ກາ ໃນ​ເດືອນ ກັນຍາ 2016 ນີ້.

 

ຜ່ານການປຶກສາຫາລື, ສອງຝ່າຍ ມີຄວາມເປັນເອກະພາບກັນວ່າ ການພົວພັນຮ່ວມມືຂອງສອງປະເທດ ໃນປັດ​ຈຸບັນ​ມີທ່ວງທ່າ ແລະ ບັນຍາກາດອັນດີ ມີບາດກ້າວຂະຫຍາຍຕົວໃໝ່. ສະຫະລັດ ອາເມລິກາ ໄດ້ຢືນຢັນຈະສືບຕໍ່ສະໜັບ​ສະໜູນ ແລະ ໃຫ້ການຮ່ວມມືອັນດີກັບ ສປປ ລາວ ໃນອະນາຄົດ ແລະ ຈະປະກອບສ່ວນຢ່າງເໝາະສົມເຂົ້າໃນບັນ​ດາ​ໂຄງການຕ່າງໆທີ່ ອາເມລິກາ ມີສ່ວນຮ່ວມກັບບັນດາປະເທດອາຊຽນ ກໍຄືບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ. ກອງ​ປະຊຸມ ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ມີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480334
ມື້ນີ້164
ມື້ວານ157
ອາທິດນີ້732
ເດືອນນີ້6565