ໃນວັນທີ 7 ພຶດສະພາ 2016, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ເປັນປະທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ຈີນ, ຍີ່ປຸ່ນ, ສ. ເກົາຫຼີ), ຊຶ່ງໄດ້ຈັດຂຶ້ນ ຢູ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ.
ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ບັນດາປະເທດອາຊຽນ ແລະ ບວກສາມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາຮ່ວມມື ໃນໄລຍະຜ່ານມາ ແລະ ວາງທິດທາງເພື່ອຮັດແໜ້ນ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນວຽກການຮ່ວມມື ໄລຍະປີ 2013-2017 ແລະ ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງໜ່ວຍງານ ຜູ້ຊົງຄຸນວຸດທິອາຊີຕາເວັນອອກ ສອງ (EAVG II), ຊຶ່ງມີເປົ້າໝາຍກ້າວໄປສູ່ການສ້າງປະຊາຄົມເສດຖະກິດອາຊີຕາເວັນອອກ ໃນໄລຍະຍາວ. ອາຊຽນບວກສາມ ແມ່ນໜຶ່ງໃນບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມຂຶ້ນ ໃນປີ 1997, ຊຶ່ງມີບົດບາດສຳຄັນໃນການສົ່ງເສີມສະຖຽນລະພາບທາງການເງິນ, ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ເປັນກຳລັງຂັບເຄື່ອນຫຼັກຂອງການເຕີບໂຕທາງເສດຖະກິດໃນພາກພື້ນ. ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນບວກສາມ ແລະ ກອງປະຊຸມສຸດຍອດອາຊຽນບວກສາມ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນເດືອນ ກໍລະກົດ ແລະ ເດືອນພະຈິກ 2016 ນີ້ຕາມລຳດັບ.