ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຫວນຄືນວັນສຳຄັນ ຂອງຊາດ ແລະ ສາກົນ

 

kp speech1 kp speech2

 

ໃນ​ວັນ​ທີ 18 ພຶດສະພາ 2016, ກະຊວງ​ການ​ຕ່າງປະ​ເທດ ໄດ້ຈັດ​ປາຖະກະ​ຖາ ຫວນຄືນວັນ​ປະ​ຫວັດ​ສາດສຳຄັນ​ຂອງ​ຊາດ ​ແລະ ສາກົນ ຂຶ້ນ​, ​ເຊິ່ງ​ເອກະສານ​ທີ່​ນຳ​ມາ​ເຜີຍ​ແຜ່ ​ປະກອບ​ມີ 6 ​ເອກະສານ​ ຄື: ວັນ​ຜ່າ​ວົງ​ປິດ​ລ້ອມ ​ຂອງ​ກອງພັນ​ທີ 2 ວິລະ​ຊົນ ທີ່​ທົ່ງ​​ໄຫ​ຫີນ ຊຽງຂວາງ ຄົບຮອບ 57 ປີ (18/5/1960-18/5/2016), ວັນ​ວິລະ​ກຳ​ໂຕນ​ຄຸກ​ ຢ່າງ​ມະຫັດສະຈັນ ​ຂອງ​ບັນດາ​ຜູ້ນຳ​ພັກ ​ແລະ ​ແນວ​ລາວ​ສ້າງ​ຊາດ​ ຄົບຮອບ 56 ປີ (24/5/1960-24/5/2016), ວັນ​ເກີດ​ຂອງ​ປະທານ ໂຮ່ຈີ່ມິນ ຄົບຮອບ 126 ປີ (19/5/1890-19/5/2016), ວັນ​​ເກີ​ດ ທ່ານ ກາກ​ມາກ ຄົບຮອບ 198 ປີ (5/5/1818-5/5/2016), ວັນ​ໄຊຊະນະ ດຽນບຽນຟູ ຄົບຮອບ 62 ປີ (7/5/1954-7/5/2016) ​ແລະ ວັນ​ໄຊຊະນະ ຂອງສະ​ຫະພາບ​ໂຊ​ວຽດ ​ເໜືອຟາດ​ຊິດ​ເຢຍລະ​ມັນ ​ໃນ​ສົງ​ຄົມ​ໂລກ​ຄັ້ງ​ທີ II ຄົບຮອບ 71 ປີ (9/5/1945-9/5/2016), ​ໃຫ້ກຽດ​ເຜີຍ​ແຜ່​ເອກະສານ ​ໂດຍ ​ທ່ານ ​ນາງ ຄຳ​ເພົາ ​ເອີນ​ທະ​ວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ພ້ອມ​ດ້ວຍພະນັກງານ​​ ເຂົ້າຮ່ວມ​ຫລາຍ​ກວ່າ 400 ທ່ານ.

 

ທ່ານ​ ນາງ ຄຳ​ເພົາ ​ເອີນ​ທະ​ວັນ ​ໄດ້​ຍົກ​ໃຫ້​ເຫັນ ສະພາບ​ການ ​ທີ່​ກອງ​ພັນ​ທີ 2 ຖືກ​ປິດ​ລ້ອມ, ການຜ່າ​ວົງ​ປິດ​ລ້ອມ ​ແລະ ປັດ​​ໄຈ​ພື້ນຖານ ​ ທີ່​ເຮັດ​ໃຫ້​ກອງພັນ​ທີ 2 ສາມາ​ດຜ່າ​ວົງ​ປິດ​ລ້ອມ ​ໄດ້​ຢ່າງ​ມີ​ໄຊ, ການ​ເຄື່ອນ​ໄຫວ​ ປະຕິວັດ​ຂອງ​ຜູ້ນຳ​ພັກ ​ແລະ ​ແນວ​ລາວ​ສ້າງ​ຊາດ, ​ແຜນການ​ໂຕນ​ອອກ​ຈາກ​ຄຸກ, ການ​ກະກຽມ ​ແລະ ສາ​ເຫດ ການ​ໂຕນ​ຄຸກ ຢ່າງ​ມະຫັດສະຈັນຂອງ​ບັນດາ​ຜູ້ນຳ ໄປ​ສູ່​ເຂດ​ທີ່ໝັ້ນປະຕິວັດ​ຢ່າງ​ປອດ​ໄພ, ພ້ອມ​ທັງ ຍົກ​ໃຫ້​ເຫັນ​ເຖິງ​ຊີວິດ ແລະ ການ​ເຄື່ອນ​ໄຫວ​ປະຕິວັດ, ຄຸນ​ງານ​ຄວາມ​ດີ ​ແລະ ຜົນງານ​ອັນ​ຍິ່ງ​ໃຫຍ່, ຄຸນສົມບັດ​ສິນ​ທຳ​ປະຕິວັດຂອງ​ປະທານ ​ໂຮ່ຈີ່ມິງ ​ແລະ ທ່ານ ​ກາກ​ມາກ.

 

ນອກ​ນັ້ນ,​ ຍັງ​ໄດ້​ເລົ່າຄືນ​ກ່ຽວກັບ ​ເຫດການ​ປະຫວັດ​ສາດຂອງ​ສາກົນ ​ໂດຍ​ສະ​ເພາະ​​ແມ່ນ​ສາ​ເຫດ​ ພາ​ໃຫ້​ເກີດ​ສົງຄາມ​ໂລກ ​ຄັ້ງ​ທີ II, ການ​ບຸກ​ໂຈມຕີລ້າງ​ຜານ​ຂອງ​ພວກ​ຟາດ​ຊິດ, ມະຫາ​ສົງຄາມ​ປ້ອງ​ກັນ ​ປິ​ຕິ​ພູມ​ຂອງ​ກອງທັບ ​ແລະ ປະຊາຊົນ​ໂຊ​ວຽດ, ຜົນ​ເສຍ​ຫາຍ ​ແລະ ຜົນ​ສະທ້ອນ​ຂອງ ​ໄຊຊະນະ​ຟາດ​ຊິດ ​ຕໍ່​ຊາວ​ໂລກ, ການສະໜັບສະໜູນຊ່ວຍ​ເຫ​ລືອຂອງ​ ສະຫະພາບ​ໂຊ​ວຽດ ຕໍ່ ສປປ ລາວ, ​ແຜນ​ຍຸດ​ທະ​ສາດປົດ​ປ່ອຍ​ດຽນບຽນຟູຂອງ ​ພັກ​ກ​ອມມູນິດ ​ຫວຽດນາມ ​ແລະ ຄວາມ​ສຳຄັນຂອງ​ໄຊຊະນະ​ ດຽນບຽນຟູ ຕື່ມອີກ​.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483914
ມື້ນີ້38
ມື້ວານ183
ອາທິດນີ້352
ເດືອນນີ້3219