ໃນວັນທີ 12 ມີນາ 2024, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ດາວເຮືອງ ນັນທາວົງ, ຮອງເຈົ້າແຂວງໆວຽງຈັນ ພ້ອມດ້ວຍຜູ້ຕາງຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງວຽງຈັນ ເພື່ອຮ່ວມກັນປຶກສາຫາລື, ກວດກາ ແລະ ເກັບກຳຂໍ້ມູນດ່ານທ້ອງຖິ່ນບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ໃນຕອນບ່າຍວັນທີ 27 ກຸມພາ 2024, ທີ່ ຫ້ອງຮັບແຂກກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ (Dr. Ying-Ru Jacqueline LO), ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ ທີ່ສຳເລັດການປະຕິບັດໜ້າທີ່ເປັນຜູ້ຕາງໜ້າຢູ່ ສປປ ລາວ.
ໃນວັນທີ 6 ກຸມພາ 2024, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືອາຊຽນ-ອົດສະຕຣາລີ ຄັ້ງທີ 36 ທີ່ ເມວເບີນ, ອົດສະຕຣາລີ ຮ່ວມກັບ ທ່ານ ນ. Michelle Chan, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ອົດສະຕຣາລີ. ນອກນີ້, ຍັງມີບັນດາຫົວໜ້າເຈົ້າໜ້າ ທີ່ອາວຸໂສອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ຕີມໍແລັດສະເຕ, ຕາງໜ້າຈາກກອງເລຂາອາຊຽນ ແລະ ວິຊາການກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.