ໃນວັນທີ 29 ພະຈິກ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໄປເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊ ໂດຍສະເພາະ ການລົງຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ແຂວງບໍລິຄໍາໄຊ ແລະ ຜູ້ຮັບຜິດຊອບໂຄງການ ໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ, ທ່ານ ວັດທະນາ ພັນດານຸວົງ, ຮອງຫົວໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ລາຍງານກ່ຽວກັບຄວາມຄືບຫນ້າຂອງການຈັດປະຕິບັດໂຄງການດັ່ງກ່າວ, ຊຶ່ງພາຍຫລັງທີ່ການນຳຂັ້ນສູງຂອງສອງປະເທດ ລາວ-ໄທ ໄດ້ເປັນປະທານຮ່ວມໃນພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃນວັນທີ 28 ຕຸລາ 2022 ຜ່ານມາ, ບັນດາຫນ້າວຽກຕ່າງໆ ເປັນຕົ້ນ ວຽກງານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ, ສິ່ງອໍານວຍຄວາມສະດວກ ແລະ ຕຶກອາຄານບໍລິຫານ ແມ່ນສາມາດປະຕິບັດໄດ້ຕາມແຜນ ແລະ ມີຜົນສໍາເລັດຕາມຄາດໝາຍກວມເອົາ 93%, ສໍາລັບບັນດາໜ້າວຽກກໍ່ສ້າງຂົວ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 69% ໂດຍລວມແລ້ວ ເຫັນວ່າ ທັງສອງໜ້າວຽກດັ່ງກ່າວ ສາມາດຈັດຕັ້ງປະຕິບັດສໍາເລັດ 81%.
ໃນວັນທີ 14 ພະຈິກ 2023, ຄະນະກຳມະການຊາຍແດນ ລາວ-ຫວຽດນາມ ໄດ້ລົງກວດກາດ່ານຊາຍແດນ ແດນສະຫວັນ - ລາວບາວ ແລະ ຈັດກອງປະຊຸມສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ) ທີ່ ເທດສະບານເມືອງດົງຮ່າ, ແຂວງກວາງຈິ ສສ ຫວຽດນາມ, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ໂດ້ ຮຸ່ງ ຫວຽດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ມີຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ່ອງຖິ່ນ. ກອງປະຊຸມໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນສະນິດສະໜົມ, ບົນຈິດໃຈມິດຕະພາບ, ຄວາມສາມັກຄີພິເສດອ້າຍນ້ອງ, ເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ) ເພື່ອແນ່ໃສ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ການແລກປ່ຽນສິນຄ້າ, ການຄົມມະນາຄົມໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍຄື ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ປະກອບສ່ວນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ລະຫວ່າງ ປະຊາຊົນຂອງສອງຊາດ. ພ້ອມນີ້, ຍັງເປັນດ່ານໜ້າຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທ່າແຮງ ທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງຂອງຂົງເຂດພາກພື້ນ, ເຊິ່ງໄດ້ຈັດຕັ້ງປະຕິບັດຮູບແບບດັ່ງກ່າວເລີ່ມແຕ່ ປີ 2015 ເປັນຕົ້ນມາ.