ໃນລະຫວ່າງວັນທີ 25-26 ມັງກອນ 2024, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ - ກໍາປູເຈຍ ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຈາກສູນກາງ ໄດ້ເຄື່ອນໄຫວເຮັດວຽກຮ່ວມກັບ ທ່ານ ໄອ ວຸທີ, ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຈາກພາກສ່ວນທີ່ກ່ຽວຂ້ອງຂອງ ຝ່າຍກໍາປູເຈຍ ຢູ່ ແຂວງຊຽງແຕງ, ຣາຊະອານາຈັກ ກໍາປູເຈຍ.
ໃນວັນທີ 28 ມັງກອນ 2024 ທີ່ ໂຮງແຮມ ພູແມນ, ນະຄອນຫຼວງພະບາງ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຕີມໍແລັດສະເຕ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ວັນທີ 25 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຊູຢອນ ຄິມ (Soohyun Kim), ຫົວໜ້າຫ້ອງການປະຈໍາພາກພື້ນ ອົງການ ອຸຍແນັສ໌ໂກ ທີ່ ບາງກອກ, ເພື່ອເຮັດໜ້າທີ່ເປັນຜູ້ຕາງໜ້າຄົນໃໝ່ ຂອງ ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ.