ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ

Mk-RokSOM

 

ໃນວັນທີ 27 ພຶດສະພາ 2016, ທ່ານ ສົງການ ຫລວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ​ໄດ້​ນຳພາ​ຄະນະ​ຜູ້ແທນລາວ ​ເຂົ້າ​ຮ່ວມກອງ​ປະຊຸມ ເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່​ນ້ຳຂອງ-ສ.​ເກົາຫລີ, ທີ່ ພະນົມເປັນ, ປະເທດກໍາປູເຈຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ ຂອງ ທ່ານ ກັງ ຢຸນ-ຮູນ, ຫົວໜ້າກົມກິດຈະການອາຊີໃຕ້ ແລະ ປາຊີຟິກ, ​ກະຊວງການ​ຕ່າງປ​ະ​ເທດຂອງ ສ.​ເກົາຫລີ ​ແລະ ທ່ານ ສົກ ສີພັນນາ, ທີ່ປຶກສາປະຈຳ​ກະຊວງ​ການ​ຕ່າງປະ​ເທດ ແລະ ການຮ່ວມມືສາກົນ ​ຂອງ ກຳປູເຈຍ ແລະ ຍັງ​ມີ​ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ພ້ອມ​ດ້ວຍ​ຄະນະ ຈາກປະເທດແມ່ນໍ້າຂອງ (ກຳປູ​ເຈຍ, ສປປ ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ) ເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງ​ປະຊຸມ​ຄັ້ງ​ນີ້​ ໄດ້ທົບທວນ​ຄວາມ​ຄືບ​ໜ້າ​ຂອງການຈັດ​ຕັ້ງ​ປະຕິບັດ ຂອບ​ກາ​ນຮ່ວມ​ມື​ ແມ່​ນ້ຳຂອງ-ສ.​ເກົາຫຼີ ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ການ​ຜັນ​ຂະຫຍາຍ​ແຜນ​ປະຕິບັດ​ງານ​ຂອບ​ການ​ຮ່ວມ​ມື ແມ່​ນ້ຳຂອງ-ສ.​ເກົາຫລີ (ປີ 2014-2017) ​ແລະ ຖະ​ແຫຼ​ງການ​ຂອງ​ປະທານຮ່ວມ​ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 5 ຮັບຮອງ​ເອົາ​ໃນ​ປີ 2015 ແລະ ປຶກສາ​ຫາລື​ ກ່ຽວ​ກັບ​ທິດ​ທາງການ​ຮ່ວມ​ມື​ໃນ​ຕໍ່ໜ້າ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນ ກໍລະກົດ 2016 ທີ່ ນະຄອນຫລວງວຽງຈັນ.

 

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ສ. ​ເກົາຫລີ ​​​​ ​ທີ່ໄດ້​ປະກອບສ່ວນເຂົ້າໃນກອງທຶນເພື່ອການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ນັບແຕ່ປີ 2014-2015 ເປັນຈຳນວນເງິນ 2.3 ລ້ານໂດລາ ສະຫະລັດ ແລະ ປະກາດວ່າຈະປະກອບສ່ວນໃນປີ 2016 ແລະ ປີຕໍ່ໆໄປ ​ ​ເປັນ​ຈຳນວນ​ເງິນ​ເຖິງ 1 ລ້ານ​ໂດ​ລາ​ ສະຫະລັດ ຕໍ່ປີ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປ​ະຕິ​ບັດໂຄງການບູລິ​ມະ​ສິດຕ່າງໆ ໃນ 6 ຂະແໜງການບູລິມະສິດ ຄື: ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ (ICT), ການ​ພັດທະນາ​ສີ​ຂຽວ, ການ​ພັດທະນາແຫລ່ງ​ຊັບພະຍາກອນ​ນ້ຳ, ດ້ານ​ກະສິກໍາ ​ແລະ ການ​ພັດທະນາຊົນນະບົດ, ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ.

 

ກອງປະຊຸມ ໄດ້ພິຈາລະນາ 6 ໂຄງການ ບູລິມະສິດທີ່ສະເໜີໃຫມ່ ເພື່ອນຳໃຊ້ງົບປະມານໃນກອງທຶນດັ່ງກ່າວຂ້າງເທິງ ແລະ ໃນນັ້ນ, ສປປ ລາວ ກໍໄດ້ຮັບການຄັດເລືອກເອົາໜຶ່ງໂຄງການ ຄື: ການພັດທະນາຖານຂໍ້ມູນ ນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງມີມູນຄ່າປະມານ 350,000 ໂດລາສະຫະລັດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484691
ມື້ນີ້2
ມື້ວານ205
ອາທິດນີ້1129
ເດືອນນີ້3996