ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ພະນົມເປັນ ຈັດປາຖະກະຖາ ເນື່ອງໃນໂອກາດ 60 ປີ ແຫ່ງສາຍພົວພັນການທູດ ລາວ-ກຳປູເຈຍ

Lecture cambudia  Lecture  cambudia

ເນື່ອງ​ໃນ​ໂອກາດ​ຄົບຮອບ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ກຳປູ​ເຈຍ ຄົບຮອບ 60 ປີ (15/06/1956-15/06/2016) ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ຮ່ວມ​ກັບ​ ກົມ​ອາຊີ 1 ​ ກະຊວງ​ການ​ຕ່າງປະ​ເທດ ​​ແລະ ຮ່ວມ​ມື​ສາກົນ ​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ ​ແລະ ​ໂຮງຮຽນ ການບໍລິຫານ ຣາຊະ​ອານາຈັກ ​ໄດ້​ຈັດ​ປະຖະກະຖາ​ຂຶ້ນ​ ​ໃນ​ວັນ​ສຸກ, ທີ 10 ມິຖຸນາ 2016 ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ອໍານວຍ​ການ​ໂຮງຮຽນການບໍລິຫານ ຣາຊະ​ອານາຈັກ, ຄະນະ​ກົມ, ພະນັກງານ​ຈາກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ, ແຂກ​ຖືກ​​ເຊີນ ພ້ອມດ້ວຍບັນດານັກຄົ້ນຄວ້າ ແລະ ນັກສຶກສາເຂົ້າຮ່ວມ ຈໍານວນ 400 ກວ່າຄົນ.

​ ທ່ານ ປຣະສິດ ​ໄຊ​ຍະ​ສິດ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈໍາ ຣາຊະ​ອານາ​ຈັກກຳປູ​ເຈ​ຍ​ ກ່າວວ່າ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໄດ້ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ ​ໃນ​ວັນ​ທີ 15 ມິ​ຖຸນາ 1956 ​ເປັນ​ຕົ້ນ​ມາ ສອງ​ຝ່າຍ​ໄດ້​ມີ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ຮ່ວມ​ມື​ກັນ​ໃນ​ທຸກ​ຂົງ​ເຂດ  ເຊັ່ນ: ຮ່ວມ​ມື​ດ້ານ​ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ-​ເຕັກນິກ, ວັດທະນະທຳ-ສັງຄົມ, ການ​ຄ້າ​ຊາຍ​ແດນ ​ແລະ ການ​ທະຫານ. ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ມາ​ໂດຍ​ຕະຫລອດ ນັບ​ແຕ່​ຂັ້ນ​ວິຊາ​ການ ຈົນ​​ເຖິງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທັງ​ສອງ​ປະ​ເທດ ​ເຊິ່ງ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເສີມ​ສ້າງ ​ແລະ ຍົກ​ລະດັບການ​ພົວພັນ​ຮ່ວມ​ມື ທີ່​ມີ​ມູນ​ເຊື້ອ​ຂອງ​ສອງ​ພັກ​ສອງ​ລັດ ກໍ​ຄື​ປະຊາຊົນ​ສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ການຈັດ ​ປະຖະກະ​ຖາ​ດັ່ງກ່າວ, ​ແມ່ນ​ໜຶ່ງ​ໃນ​ກິດຈະກຳ ​ເພື່ອ​ສະ​ເຫລີ​ມສະຫລອງ ຄົບຮອບ 60 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ກຳປູ​ເຈຍ ​ແນ່​ໃສ່​ເຜີຍ​ແຜ່​ໝາກຜົນ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຂອງ​ການ​ຮ່ວມ​ມື​ສາຍ ​ພົວພັນ​ການ​ທູດ​ ຂອງ​ສອງ​ປະ​ເທດ ​ໃນ​ໄລຍະ​ທີ່​ຜ່ານ​ມາ​ຕະຫລອດ 60 ປີ ທີ​ເຕັມ​ໄປ​ດ້ວຍ​ຜົນງານ​ປະກອບສ່ວນ​ໃນ​ການ​ຮັດ​ແໜ້ນການ​ພົວພັນ​ຮ່ວມ​ມື​ຂອງ​ ສອງ​ຊາດ. ນອກຈາກ​ນັ້ນ, ​ການ​ປະຖະກະຖາ ຍັງ​ໄດ້​ເລົ່າຄືນ​ການ​ຮ່ວມ​ມື ລະຫວ່າງ ລາວ-ກຳປູ​ເຈຍ ​ໃນ​ແຕ່ລະ​ໄລຍະ ​ໂດຍ​ສະ​ເພາະ​ແມ່ນ ພາຍຫລັງ ​ແລະ ກ່ອນ ທັງ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນການ​ທູດ​ນຳ​ກັນ ​ເຮັດ​ໃຫ້ການ​ພົວພັນ​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໃນ​ທຸກໆ​ຂົງ​ເຂດ ​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວ​ມ​ໄດ້​ເຫັນ​ເຖິງ ຄວາມ​ໝາຍ​ຄວາມ​ສຳຄັນ ​ຂອງ​ການ​ເປັນ​ເພື່ອນ​ມິດ​ບ້ານ​ໃກ້​ເຮືອນ​ຄຽງ ທີ່​ມີ​ມູນ​ເຊື້ອ​ຮັກ​ແພງ​ສາມັກຄີ ຊ່ວຍ​ເຫ​ລື່ອ​ເຊິ​ງກັນ ​ແລະ ກັນ​ມາ​ແຕ່​ບູຮານ​ນະ​ການ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484521
ມື້ນີ້37
ມື້ວານ188
ອາທິດນີ້959
ເດືອນນີ້3826