ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ພະນົມເປັນ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ລາວ-ກຳປູເຈຍ

60LC

 

ໃນ​ວັນ​ທີ 15 ມິຖຸນາ 2016, ​ເວລາ​ 18:30 ​ໂມງ, ສະ​ຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ​ໄດ້​ຈັດ​ງານລ້ຽງສະ​ເຫຼີ​ມສະຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ ລະຫວ່າງ ລາວ-ກຳປູເຈຍ ຄົບຮອບ 60 ປີ (15/06/1956-15/06/2016) ຢ່າງ​ຄຶກຄື້ນ ​ແລະ ມີ​ຄວາມໝາຍສໍາຄັນ​ຢ່າງ​ຍິ່ງ ​ທາມ​ກາງ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ໄມ​ຕິ​ຈິດ​ມິດຕະພາບ​ຂອງ​ບັນດາ​ແຂກ​ທີ່​ເຂົ້າ​ມາ​ຮ່ວມ​ງານ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ ພະນະ​ທ່ານ ລີ ທົດ, ລັດຖະມົນຕີ​ອາວຸ​ໂສ, ລັດຖະມົນຕີ​ປະ​ຈໍາ​ສໍານັກງາ​ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ ກໍາ​ປູ​ເຈຍ, ບັນດາສະມາຊິກ​ສະພາ​ສູງ, ສະມາຊິກ​ສະພາ​ແຫ່ງ​ຊາດ, ​ລັດຖະມົນຕີວ່າການ, ຊ່ວຍວ່າການ, ຫົວໜ້າ​ກົມ, ຮອງ​ຫົວໜ້າກົມ, ນາຍ​ ແລະ​ ພົນທະຫານ, ນາຍ​ ແລະ ພົນ​ຕໍາຫຼວດ, ບັນດາ​ທູຕານຸທູດ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ນັກທຸລະກິດ ​ຕະຫຼອດ​ຮອດ​ບັນດາ​ນັກ​ສຶກສາລາ​ວ ​ແລະ ຄອບຄົວ​ຄົນ​ລາວ​ທີ່​ດໍາລົງ​ຊີວິດ​ຢູ່ຣາຊະ​ອານາຈັກ ກໍາປູ​ເຈຍ ເຂົ້າ​ຮ່ວມ ລວມທັງ​ໝົດ 300 ກວ່າ​ທ່ານ.

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຂຶ້ນ​ມີ​ຄໍາ​ເຫັນ​ໂດຍ​ກ່າວ​ເນັ້ນ​ເຖິງ​ຄວາມ​ໝາຍ​ຄວາມ​ສໍາຄັນຂອງ​ວັນ​ດັ່ງກ່າວ, ​ຊຶ່ງລາວ ​ແລະ ກໍາປູ​ເຈຍ ໄດ້ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ ​ໃນ​ວັນ​ທີ 15 ມິ​ຖຸນາ 1956 ​ເປັນ​ຕົ້ນ​ມາ ສອງ​ຝ່າຍ​ ໄດ້​ມີ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ຮ່ວມ​ມື​ກັນ​ໃນ​ທຸກ​ຂົງ​ເຂດ  ເຊັ່ນ: ຮ່ວມ​ມື​ດ້ານ​ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ-​ເຕັກນິກ, ວັດທະນະທຳ-ສັງຄົມ, ການ​ຄ້າ​ຊາຍ​ແດນ ​ແລະ ການ​ທະຫານ. ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ມາ​ໂດຍ​ຕະຫລອດ ນັບ​ແຕ່​ຂັ້ນ​ວິຊາ​ການ ຈົນ​​ເຖິງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທັງ​ສອງ​ປະ​ເທດ ເຊິ່ງ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເສີມ​ສ້າງ ​ແລະ ຍົກ​ລະດັບການ​ພົວພັນ​ຮ່ວມ​ມື ທີ່​ມີ​ມູນ​ເຊື້ອ​ຂອງ​ສອງ​ພັກ​ສອງ​ລັດ ກໍ​ຄື​ປະຊາຊົນ​ສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ນອກຈາກ​ນັ້ນ​, ຍັງ​ໄດ້ມີ​ການສະ​ແດງ​ສິລະ​ປະ​ຂອງ​ບັນດາອ້າຍ​ເອື້ອຍ​ນ້ອງ​ນັກ​ສຶກສາລາ​ວ ທີ່ກໍາລັງ​ສຶກສາ​ຢູ ຣາຊະ​ອານາຈັກ ກໍາປູ​ເຈຍ ແລະ ​ນັກ​ສິນລະປະ​ກອນ​ ກໍາປູ​ເຈຍ ນໍາ​ອີກ​ດ້ວຍ ​ເຊິ່ງ​ເຮັດ​ໃຫ້ບັນຍາກາດ​ພາຍ​ໃນ​ງານ​ລ້ຽງ​ມີ​ຄວາມ​ຄຶກຄື້ນ ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເປັນ​ທີ່​ພໍ​ໃຈ​ຂອງ​ແຂກ​ທີ່​ມາ​ຮ່ວມ​ງານ​ເປັນ​ຢ່າງ​ດີ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480314
ມື້ນີ້144
ມື້ວານ157
ອາທິດນີ້712
ເດືອນນີ້6545