ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາ ເພື່ອດຶງດູດນັກທຸລະກິດຍີ່ປຸ່ນເຂົ້າມາລົງທຶນ ຢູ່ແຂວງບໍ່ແກ້ວ

JP Semina1 JP Semina2

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຮ່ວມມືກັບ​ ສູນ​ອາ​ຊຽນ-ຍີ່ປຸ່ນ​ ຈັດ​ຕັ້ງກອງປະຊຸມເພື່ອຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ຽວທ່ຽວ ຢູ່ ສປປ ລາວ ພາຍໃຕ້ຫົວຂໍ້ “ແຂວງບໍ່ແກ້ວ ເປັນທາງເລືອກທີ່ດີຂອງນັກລົງທຶນ ແລະ ນັກທ່ອງທ່ຽວ” ຂຶ້ນ, ທີ່ສໍານັກງານຂອງສູນອາຊຽນ-ຍີ່ປຸ່ນ ທີ່ ໂຕກຽວ, ໃນຕອນແລງຂອງວັນທີ 28 ມິຖຸນາ 2016, ​ໂດຍ​ມີ ທ່ານ ເຄນທອງ ນວນທະສິງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ; ທ່ານ ມາຊາຕາກະ ຟູຈິຕະ, ​ເລຂາ​ທີ​ການ​ໃຫຍ່ ສູນ​ອາ​ຊຽນ-ຍີ່ປຸ່ນ, ພ້ອມດ້ວຍນັກທຸລະກິດຍີ່ປຸ່ນ ແລະ ພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມຫລາຍກ່ວາ 180 ຄົນ.

 

ໃນໂອກາດນີ້, ທ່ານທູດ ເຄນທອງ ນວນທະສິງ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ຂື້ນບັນຍາຍກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ບັນດາໂຄງການບູລິມະສິດ ທີ່ນອນຢູ່ໃນແຜນຍຸດທະສາດ ແຕ່ປີ 2016-2020 ຂອງແຂວງບໍ່ແກ້ວ, ຊຶ່ງໃນນັ້ນ ໄດ້ຍົກໃຫ້ເຫັນເຖິງຈຸດພິເສດທາງດ້ານທີ່ຕັ້ງຂອງແຂວງບໍ່ແກ້ວ ທີ່ເປັນປະຕູທາງຜ່ານທາງທິດຕາເວັນຕົກສ່ຽງເໜືອ ແລະ ທິດເໜືອ ຂອງ ສປປ ລາວ ໃນການເຊື່ອມໂຍງອະນຸພາກພື້ນ ແລະ ອາຊຽນ-ສປ ຈີນ ໂດຍຜ່ານເສັ້ນທາງ R3A ຈາກ ນະຄອນຄຸນມິງ, ປະເທດຈີນ ຜ່ານ ສປປ ລາວ-ຂົົວຂ້າມແມ່ນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 4 ໄປຫາ ບາງກອກ, ປະເທດໄທ; ມີແມ່ນ້ຳຂອງ ເປັນເສັ້ນທາງຄົມມະນາຄົມຂົນສົ່ງທາງນ້ຳສຳຄັນ ໃນອະນຸພາກພື້ນ ລະຫວ່າງ ລາວ, ໄທ, ມຽນມາ ແລະ ສປ ຈີນ; ແລະ ມີເຂດເສດຖະກິດພິເສດ ສາມຫລ່ຽມຄຳ ທີ່ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ. ພ້ອມດຽວກັນນັ້ນ, ແຂວງບໍ່ແກ້ວ ປະກອບມີ 3 ທ່າແຮງສຳຄັນ ຄື: ທ່າແຮງທາງດ້ານການຜະລິດກະສິກໍາ-ປ່າໄມ້, ທ່າແຮງທາງດ້ານຊັບພະຍາກອນທຳມະຊາດ, ແລະ ທ່າແຮງທາງດ້ານການບໍລິຫານ ແລະ ທ່ອງທ່ຽວ, ໂດຍສະເພາະແມ່ນການຜະລິດເພື່ອສົ່ງອອກໄປປະເທດ ໄທ ແລະ ສປ ຈີນ ເຊັ່ນ: ໝາກກ້ວຍຫອມ, ເຫຼົ້າຄົງເຊໂດນ, ເຫຼົ້າວາຍໝາກຂາມປ້ອມ, ແກ້ວເຈຍລະໄນ, ພະລັງງານໄຟຟ້ານໍ້າຕົກ, ການທ່ອງທ່ຽວວັດທະນະທໍາທີ່ຕິດພັນກັບທໍາມະຊາດ ແລະ ຄວາມເປັນໄປໄດ້ໃນ ໂຄງການພັດທະນາບໍ່ນໍ້າຮ້ອນ ເປັນຕົ້ນ. ບົນພື້ນຖານ 3 ທ່າແຮງສຳຄັນດັ່ງກ່າວນີ້, ທ່ານທູດ ເຄນທອງ ນວນທະສິງ ໄດ້ເຊື້ອເຊີນບັນດານັກທຸລະກີດຍີ່ປຸ່ນ ມາລົງທຶນ ຢູ່ ແຂວງບໍ່ແກ້ວ ກໍຄືໃນ ສປປ ລາວ ໃຫ້ຫລາຍຂື້ນໃນອະນາຄົດ.

 

ກ່ອນເດີນທາງກັບຄືນປະເທດຢ່າງຖາວອນ ພາຍຫລັງສຳເລັດໜ້າທີ່ການທູດອັນຈົບງາມ, ທ່ານທູດ ເຄນທອງ ນວນທະສິງ ໄດ້ຖືເອົາໂອກາດອັນສະຫງ່າລາສີນີ້ ແຈ້ງຜົນສໍາເລັດໃນການເຄື່ອນໄຫວການທູດ ໃນໄລຍະ 4 ປີເຄິ່ງ ທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ, ຊຶ່ງເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການ​ເພີ່ມທະວີຂຶ້ນເປັນກ້າວໆ, ເປັນຕົ້ນ ທາງດ້ານການເມືອງ ຜູ້ນຳຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປະຈຳ ແລະ ມີກອງປະຊຸມພົບປະສຸດຍອດ ລະຫວ່າງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຍີ່ປຸ່ນ ຈຳນວນ 7 ຄັ້ງ, ຊຶ່ງເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດຖືກຍົກລະດັບຂື້ນ ຈາກຄູ່ຮ່ວມມືຮອບດ້ານຂຶ້ນເປັນ ຄູ່ຮ່ວມມືຢຸດທະສາດໃນປີ 2015 ໃນໂອກາດທີ່ສອງປະເທດສະເຫລີມສະຫອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ. ທາງດ້ານເສດຖະກິດ, ການຊ່ວຍເຫຼືອລ້າ (ODA) ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ແມ່ນຮັກສາໄດ້ຢູ່ໃນລະດັບສະເລ່ຍ 100 ລ້ານໂດລາ ຕໍ່ປີ, ການລົງທຶນຂອງຍີ່ປຸ່ນ ຢູ່ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ ຈາກ 17 ບໍລິສັດ ໃນມູນຄ່າການລົງທຶນ 23 ລ້ານໂດລາ ໃນປີ 2012 ເພີ່ມຂຶ້ນເປັນ 133 ບໍລິສັດ ດ້ວຍມູນຄ່າການລົງທຶນຫລາຍກວ່າ 500 ລ້ານໂດລາ ໃນປີ 2016. ໃນດ້ານການແລກປ່ຽນປະຊາຊົນກັບປະຊາຊົນ ລະຫວ່າງ ສອງປະເທດ, ສປປ ລາວ ແລະ ຍີ່ປຸ່ນ ໄດ້ບັນລຸຂໍ້ຕົກລົງ ວ່າດ້ວຍການບິນພົນລະເຮືອນ (Agreement on Air Services) ໃນຕົ້ນປີ 2015 ແລະ ນັກທ່ອງທ່ຽວ ຍີ່ປຸ່ນ ເຂົ້າມາ ສປປ ລາວ ໄດ້ເພີ່ມຂຶ້ນ ຈາກ 26 ພັນຄົນ ໃນປີ 2012 ມາເປັນ 50 ພັນກ່ວາຄົນ ໃນປີ 2015.

 

ໃນຕອນທ້າຍ, ທ່ານທູດ ເຄນທອງ ນວນທະສິງ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ສູນອາຊຽນ-ຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ, ໂດຍສະເພາະ ສະຖານທູດລາວ ທີ່ ໂຕກຽວ ໃນການຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຕະຫລອດມາ ແລະ ຫວັງວ່າ ສູນອາຊຽນ-ຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຕື່ມໃນຕໍ່ໜ້າ. ກອງປະຊຸມສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນ ຢູ່ ສປປ ລາວ ຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟຶ້ນ ແລະ ມີການແລກປ່ຽນຄໍາຄິດຄໍາເຫັນ ແບບກົງໄປກົງມາ ເພື່ອທໍາຄວາມເຂົ້າໃຈອັນເລິກເຊິ່ງ ໃຫ້ແກ່ນັກທຸລະກິດຍີ່ປຸ່ນ ເພື່ອໃຫ້ເຂົ້າເຈົ້າຕັດສີນໃຈງ່າຍຂຶ້ນ ໃນການມາຢ້ຽມຢາມ ແລະ ດໍາເນີນທຸລະກີດ ຢູ່ ສປປ ລາວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480386
ມື້ນີ້44
ມື້ວານ172
ອາທິດນີ້784
ເດືອນນີ້6617