ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ເຊອູນ ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ປປ ລາວ

 

Khamsouey1

 Khamsouey3Khamsouey2

 

 

ໃນວັນທີ 10 ກໍລະກົດ 2016, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ, ທີ່    ເຊອູນ, ໄດ້ມີພິທີຈັດຕັ້ງ ກອງປະຊຸມເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງ ພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ການເປັນປະທານ ໂດຍ ສະຫາຍ ຄຳສວຍ ແກ້ວດາລາວົງ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ, ມີບັນດາພະນັກງານສະຖານທູດ, ພະນັກງານຕາງໜ້າຫ້ອງການການບິນລາວ ປະຈຳ ສ. ເກົາຫຼີ ແລະ ນັກສຶກສາລາວ ເຊິ່ງສ່ວນໃຫຍ່ແມ່ນພະນັກງານບັນດາຂະແໜງການຕ່າງໆອ້ອມຂ້າງສູນກາງ ເຂົ້າຮ່ວມປະມານ 50 ກວ່າທ່ານ.

 

ທີ່ປະຊຸມ ໄດ້ຮັບຟັງ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ເນື້ອໃນເອກະສານສຳຄັນຕ່າງໆຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເປັນເອກະພາບ ແລະ ເລິກເຊິ່ງໃຫ້ແກ່ຜູ້ເຂົ້າຮ່ວມ ກ່ຽວກັບ ນະໂຍບາຍແນວທາງປ່ຽນແປງໃໝ່ຂອງພັກ-ລັດ ໃນການສ້າງສາພັດທະນາປະເທດຊາດ ແລະ ນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປຈັດຕັ້ງປະຕິບັດຜັນຂະຫຍາຍຕາມຂະແໜງການທີ່ຕົນຮັບຜິດຊອບຢ່າງເປັນຮູບປະທຳ. ໂດຍສະເພາະແມ່ນວິໄສທັດ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດການພັດທະນາຂອງ ສປປ ລາວ ໃນແຕ່ລະໄລຍະ ແຕ່ນີ້ ເຖິງ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຊຸດທີ VIII ແຕ່ນີ້ເຖິງປີ 2020. ສູ້ຊົນເຮັດໃຫ້ຄຳຂວັນ “ສູ້ຊົນພັດທະນາປະເທດເຮົາໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020 ແລະ ກ້າວໄປສູ່ປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ ເມື່ອເຖິງ 2030” ກາຍເປັນຈິງເທື່ອລະກ້າວ.

 

ພາຍຫຼັງສຳເລັດພິທີດັ່ງກ່າວ, ໃນວັນດຽວກັນໜ່ວຍສະຫະພັນແມ່ຍິງ ສະຖານທູດ ກໍ່ໄດ້ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ (20 ກໍລະກົດ 1955 - 20 ກໍລະກົດ 2016). ກອງປະຊຸມດັ່ງກ່າວ ໄດ້ຊຸກຍູ້, ເຕືອນສະຕິບັນດາເອື້ອຍ-ນ້ອງແມ່ຍິງລາວ ທີ່ຢູ່ ສ. ເກົາຫຼີ ເພີ່ມທະວີການໂຄສະນາເຜີຍແຜ່ຮີດຄອງອັນເປັນເອກະລັກ ແລະ ວັດທະນະທຳ ອັນດີງາມຂອງຊາດລາວຕໍ່ສາກົນ ໃຫ້ກວ້າງຂວາງຂຶ້ນ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485750
ມື້ນີ້49
ມື້ວານ206
ອາທິດນີ້786
ເດືອນນີ້5055