ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະດັບຫລຽນໄຊ ອິດສະຫລະຊັ້ນ I ໃຫ້ອະດີດຊ່ຽວຊານ ທະຫານອາສາສະໝັກຫວຽດນາມ

Padap Viet

 

ໃນວັນທີ 27 ກໍລະກົດ ນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ຮ່າໂນ້ຍ ໄດ້ຈັດພິທີປະດັບຫລຽນໄຊ ອິດສະຫລະຊັ້ນ 1 ໃຫ້ ສະຫາຍ ຟ້າມຫງອກເບິນ (ຫລື ຄໍາຍອດ) ແລະ ສະຫາຍ ຫງວຽນຕິ້ນ, ອະດີດຊ່ຽວ ຊານທະຫານອາສາສະໝັກຫວຽດນາມ ທີ່ມີຜົນງານ, ຄຸນງາມຄວາມດີ, ອຸທິດເຫື່ອແຮງ, ສະຕິປັນຍາ, ເສຍສະຫລະຊີວິດ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານການຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນຕ່າງດ້າວ ຢູ່ເຂດ ພຽງສາ-ລາວຮຸ່ງ, ເມືອງຊຽງຄໍ້, ແຂວງຫົວພັນ, ຊຶ່ງ ສະຫາຍ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ໄດ້ຕາງໜ້າລັດຖະບານລາວ ປະດັບຫລຽນດັ່ງກ່າວ ໃຫ້ແກ່ຕົວແທນ ຂອງແຂວງເຊີນລາ ຊຶ່ງຕາງໜ້າໃຫ້ 2 ສະຫາຍ ເປັນຜູ້ຮັບແທນ.

 

ເຂົ້າຮ່ວມໃນພິທີມີ ສະຫາຍ ຫງວຽນກວ໊ກແຄ໋ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊີນລາ, ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດຫວຽດນາມ, ຜູ້ຕາງໜ້າຄະນະປະສານງານທົ່ວປະເທດ ຂອງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ. ການມອບຫລຽນໄຊອິດສະຫລະຊັ້ນ 1 ຄັ້ງນີ້ ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງຊາດ ກຳລັງຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມ ຄັ້ງທີ່ 36 ຂອງຄະນະກຳມາທິການຮ່ວມມື ລະຫວ່າງສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດ-ເຕັກນິກ ລະ ຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ. ຫວຽດນາມ ປະຈຳປີ 2016 ໃຫ້ປາກົດຜົນເປັນຈິງ. ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480417
ມື້ນີ້75
ມື້ວານ172
ອາທິດນີ້815
ເດືອນນີ້6648