ໃນທ່າມກາງບັນຍາກາດທີ່ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ພວມເບີກບານມ່ວນຊື່ນໃນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ (ວັນທີ 20 ກໍລະກົດ 1955-20 ກໍລະກົດ 2016). ໜ່ວຍສະຫະພັນແມ່ຍິງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ກໍ່ໄດ້ຈັດຕັ້ງການສະເຫຼີມສະຫຼອງ ແລະ ປາຖະກະຖາເອກະສານກ່ຽວກັບການສ້າງຕັ້ງສະຫະພັນແມ່ຍິງລາວຂຶ້ນ ທີ່ສໍານັກງານສະຖານທູດລາວ ທີ່ໂຕກຽວ ໃນວັນທີ 30 ກໍລະກົດ 2016 ໂດຍໃຫ້ກຽດເຂົ້າຮ່ວມໃນພິທີຂອງສະຫາຍ ນ. ສົມສະໜຸກ ວົງສັກ, ຮອງເລຂາໜ່ວຍພັກ, ອຸປະທູດຊົ່ວຄາວ ພ້ອມດ້ວຍຜູ້ຕາງໜ້າໜ່ວຍຊາວໜຸ່ມ, ກຳມະບານສະຖານທູດ, ພະນັກງານສະຖານທູດ, ຈຸພັກນັກສຶກສາ, ຄະນະສະມາຄົມນັກສຶກສາລາວ ແລະ ນັກສຶກສາລາວທີ່ຮຽນຢູ່ໂຕກຽວ ເຂົ້າຮ່ວມທັງໝົດ 30 ທ່ານ.
ໃນພິທີດັ່ງກ່າວ, ທ່ານ ນ. ສົມສະໜຸກ ວົງສັກ ໃນນາມທັງເປັນຫົວໜ້າໜ່ວຍສະຫະພັນແມ່ຍິງສະຖານທູດ ໄດ້ເຜີຍແຜ່ເອກະສານປະຫວັດຄວາມເປັນມາ, ມູນເຊື້ອການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ ແລະ ເອກະສານເນື້ອໃນແມ່ຍິງ 3 ດີຂອງສະຫະພັນແມ່ຍິງລາວ ໂດຍໄດ້ເໜັ້ນໜັກເຖິງຜົນງານອັນໃຫຍ່ຫຼວງຂອງແມ່ຍິງລາວ ໃນການປະກອບສ່ວນຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດຕະຫຼອດໄລຍະ 61 ປີຜ່ານມາ ພ້ອມທັງໄດ້ກ່າວສະຫຼຸບຜົນງານຂອງເອື້ອຍນ້ອງແມ່ຍິງສະຖານທູດ ແລະ ນັກສຶກສາລາວ ທີ່ຍາດມາໄດ້ຕະຫຼອດໄລຍະ 01 ປີຜ່ານມາ ຊຶ່ງເອື້ອຍນ້ອງແມ່ຍິງໄດ້ມີການປະກອບສ່ວນເຂົ້າໃນການປະຕິບັດວຽກງານຂອງສະຖານທູດຢ່າງຮອບດ້ານ ໂດຍສະເພາະຜົນສໍາເລັດໃນການຈັດງານບຸນລາວ 2016 ທີ່ ໂຕກຽວ, ຊຶ່ງເປັນການໂຄສະນາເຜີຍແຜ່ວັດທະນະທຳອັນດີງາມຂອງລາວ, ເວົ້າລວມແມ່ນການໂຄສະນາປະເທດລາວຕໍ່ປະຊາຊົນຍີ່ປຸ່ນໄດ້ຮູ້ຈັກ ສປປ ລາວ ຫຼາຍຂຶ້ນ, ເຂົ້າຮ່ວມກອງປະຊຸມສໍາມະນາສາກົນຕ່າງໆ ລວມທັງປະກອບສ່ວນໃນການຕ້ອນຮັບການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມປະຊຸມສາກົນ ທີ່ປະເທດຍີ່ປຸ່ນຂອງການນຳຂັ້ນຕ່າງໆຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ໃນໂອກາດດັ່ງກ່າວ, ທ່ານ ນ. ສົມສະໜຸກ ວົງສັກ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄໍາໂອວາດ ທີ່ຍົກໃຫ້ເຫັນຄວາມສໍາຄັນຂອງການສະແດງອອກດ້ານກິລິຍາມາລະຍາດ ແລະ ການອະນຸລັກຮັກສາເອກະລັກວັດທະນະທໍາສະເພາະຂອງແມ່ຍິງລາວ ເຊັ່ນ: ດ້ານການປາກເວົ້າ, ການນຸ່ງຖື, ມາລະຍາດໃນການດຳລົງຊີວິດ ແລະ ອື່ນໆ. ການນຸ່ງຖືຂອງແມ່ຍິງລາວ ແມ່ນມີເອກະລັກສະເພາະໜຶ່ງດຽວຂອງຊາດລາວ ທີ່ແມ່ຍິງລາວສາມາດອວດອ້າງວັດທະນະທໍາການນຸ່ງຖືຂອງລາວໃນເວທີພາກພື້ນ ແລະ ສາກົນ. ໃນຕອນທ້າຍ, ທ່ານອຸປະທູດຊົ່ວຄາວ ຍັງໄດ້ຊີ້ນໍາໃຫ້ແມ່ຍິງລາວທີ່ດຳລົງຊີວິດຢູ່ປະເທດຍີ່ປຸ່ນ ຈົ່ງພ້ອມກັນພະຍາຍາມຮັກສາເອກະລັກຂອງຊາດໄວ້ ໃນເວລາເຄື່ອນໄຫວວຽກງານການທູດ ກໍ່ຄືການເຂົ້າຮ່ວມງານຕ່າງໆທີ່ປະເທດເຈົ້າພາບ ແລະ ສາກົນຈັດຂຶ້ນໃນນາມຕາງໜ້າໃຫ້ແກ່ປະເທດລາວ ສະເພາະນັກສຶກສາລາວທີ່ກຳລັງສຶກສາຢູ່ຍີ່ປຸ່ນ ໃຫ້ເອົາໃຈໃສ່ຕັ້ງໃຈຄົ້ນຄວ້າຮໍ່າຮຽນເພື່ອຍົກສູງຄວາມຮູ້ຄວາມສາມາດດ້ານຕ່າງໆ ໂດຍສະເພາະເພດຍິງເພື່ອປະກອບສ່ວນເຂົ້າໃນໜ້າທີ່ວຽກງານ ແລະ ຄຽງບ່າຄຽງໄຫຼ່ກັບເພດຊາຍ ພ້ອມທັງຝຶກຝົນຫຼໍ່ຫຼອມຕົນເອງດ້ານກິລິຍາມາລະຍາດ ແລະ ການອະນຸລັກຮັກສາຮີດຄອງປະເພນີຂອງແມ່ຍິງລາວ. ນອກຈາກນັ້ນ, ໃນພິທີດັ່ງກ່າວ, ຕາງໜ້າໃຫ້ໜ່ວຍກຳມະບານ ແລະ ຊາວໜຸ່ມສະຖານທູດລາວ ພ້ອມດ້ວຍຈຸພັກນັກສຶກສາ ແລະ ປະທານສະມາຄົມນັກສຶກສາລາວເຂດຄັນໂຕ ກໍ່ໄດ້ຂຶ້ນກ່າວອວຍພອນ ແລະ ຊົມເຊີຍຕໍ່ຜົນງານການເຄື່ອໄຫວອັນພົ້ນເດັ່ນໃນໄລຍະທີ່ຜ່ານມາຂອງແມ່ຍິງລາວເວົ້າລວມ, ເວົ້າສະເພາະກໍ່ຄືໜ່ວຍສະຫະພັນແມ່ຍິງສະຖານທູດລາວ ທີ່ໂຕກຽວ.
ພິທີສະເຫຼີມສະຫຼອງ ແລະ ປາຖະກະຖາດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ ແລະ ມີຄວາມໝາຍເລິກເຊິ່ງດ້ານເນື້ອໃນ.