ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຕັກນິກ-ວິຊາການ ລາວ-ອາເມລິກາ ໃນວຽກງານຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ສປປ ລາວ

Teach Take

 

ກອງ​ປະຊຸມປຶກສາ​ຫາລື​ດ້ານ​ເຕັກນິກ-​ວິຊາ​ການ ລະຫວ່າງ ລາວ-​ອາ​ເມ​ລິ​ກາ ກ່ຽວ​ກັບ​ ວຽກ​ງານ​ການ​ຊອກ​ຫາ​ຮ່ອງຮອຍ ​ແລະ ສິ່ງ​ເສດ​ເຫຼືອ​ຂອງ​ອະດີດ​ທະຫານ​ອາ​ເມ​ລິ​ກາ ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ ​ຢູ່ ສປປ ລາວ ປະຈຳ​ປີ 2016, ​​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ສິງຫາ 2016, ທີ່​ລັດ​ຮາ​ວ່າ​ຍ ສະຫະລັດ ອາ​ເມ​ລິ​ກາ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ​ລາວ ​ນຳ​ໂດຍ ທ່ານ ຂວັນ​ຕາ ຜາ​ລີ​ວົງ, ຫົວໜ້າ​ກົມ​ເອີຣົບ-ອາ​ເມລິກ​າ, ກະຊວງ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ຄະນະ ​ແລະ ຄະນະ​ຜູ້​ແທນ​ຝ່າຍ​ອາ​ເມ​ລິ​ກາ ນຳ​ໂດຍ ທ່ານ ພົນຈັດຕະວາ Mark Spindler, ຮອງຜູ້​ບັນຊາ​ການ​ທະຫານ​ຮ່ວມປະຈຳພາກພຶື້ນອາຊີ-ປາຊີຟິກ, ຮັບຜິດຊອບວຽກ​ງານ​ການ​ຊອກ​ຫາ​ຮ່ອງຮອຍ ​ແລະ ສິ່ງ​ເສດ​ເຫຼືອຂອງ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ ​ເປັນ​ຫົວໜ້າ​ ​ແລະ ທ່ານ ດານຽວ ຄລູນ, ​ເອກອັກຄະ​ລັດຖະທູດ ​ແຫ່ງ ສະຫະລັດ ອາ​ເມລິກາ ປະຈຳ ສປປ ລາວ.

 

ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ທັງສອງ​ຝ່າຍ ​ໄດ້​ທົບ​ທວນຄືນ​ການ​ປະຕິບັດ​ແຜນການ​ຮ່ວມມືໃນ​ໄລຍະ 01 ປີ ຜ່ານມາ ກ່ຽວ​ກັບ ​ວຽກ​ງານ​ການ​ສຳ​ຫຼວດ, ​ຂຸດ​ຄົ້ນ​ເພື່ອ​ຊອກ​ຫາ​ຮ່ອງຮອຍ ​ແລະ ສິ່ງ​ເສດ​ເຫຼືອ​ ຂອງ​ອະດີດ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ລາວ,​​ ຢູ່​ ແຂວງຫົວພັນ​, ຊຽງ​ຂວາງ, ບໍລິ​ຄຳ​ໄຊ, ​ຄຳ​ມ່ວນ, ສາລະວັນ, ເຊກອງ ແລະ ອັດຕະປື, ​ພ້ອມທັງໄດ້​ປຶກສາ​ຫາລື​ກັນ​ໃນ​ການວາງ​ແຜນ​ການ​ປະຕິບັດ​ງານ​ຮ່ວມ​ລະອຽດ​ໃນສົກປີ​ຕໍ່ໜ້າ. ນອກຈາກ​ນັ້ນ​ແລ້ວ, ທັງສອງ​ຝ່າຍ​ໄດ້​ຕົກລົງ​ຮ່ວມ​ມື​ກັນ​ສືບ​ຕໍ່​ ເພີ້​ມທະວີ​ຂອບ​ຂອງ​ການ​ຮ່ວມ​ມື​ເຊັ່ນ: ການ​ຊອກ​ຫາ​ຂໍ້​ມູນ​ຂ່າວສານ, ການສຳຫຼວດກ່ອນການຂຸດຄົ້ນ ແລະ ​ເຫັນ​ດີ​ໃຫ້​ມີ​ການ​ຮ່ວມມື​ 3 ຝ່າຍ ລາວ-​ຫວຽດນາມ-​ອາ​ເມ​ລິ​ກາ ລະດັບ​ວິຊາ​ການເພື່ອ​ເຮັດ​ໃຫ້ການ​ປະ​ຕິ​ບັດ​ວຽກ​ງານ MIA ​ໃ​ຫ້ມີ​ປະສິດທິ​ຜົນ ​ແລະ ວ່ອງ​ໄວ​ກວ່າ​ເກົ່າ, ລວມທັງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ທ້ອງ​ຖິ່ນ​ເຂດ​ທີ່​ມີ​ການ​ປະຕິບັດ​ການສຳ​ຫຼວດ ​ແລະ ຂຸດ​ຄົ້ນ. ໃນໂອກາດນີ້ ຝ່າຍ​ລາວ ​ໄດ້​ຢືນຢັນ​ຄືນ​ທີ່​​ສືບ​ຕໍ່​ໃຫ້ການ​ຮ່​ວມມື​ໃນວຽກງານດັ່ງກ່າວ ບົນ​ຈິດ​​​ໃຈແນວທາງ​ນະ​ໂຍບາຍທາງດ້ານມະນຸດສະທຳ ​ແລະ ອີງຕາມ​ເງື່ອນ​ໄຂ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ຕົນ. ສ່ວນ​ຝ່າຍ​ອາ​ເມ​ລິ​ກາ​ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ລາວ​ ກໍ​ຄື ​ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ລາວ ​ໃນ​ວຽກ​ງານ​ການ​ຮ່ວມ​ມື​ດ້ານ​ມະນຸດສະທຳ​ດັ່ງກ່າວ​ນີ້. ຝ່າຍ​ອາ​ເມ​ລິ​ກາ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ໃນ​ວຽກ​ງານ MIA, ທີ່​​ເປັນ​ສ່ວນ​ປະກອບ​ໃຫ້​ແກ່​ການ​ຂະຫຍາຍ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ​ໃນ​ໄລຍະ​ຫຼາຍ​ກວ່າ 30 ປີ ຜ່ານມາ, ພ້ອມ​ທັງ​ໄດ້​ຢືນຢັນ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ແກ່​ປະຊາຊົນ​ທ້ອງ​ຖິ່ນ ​ກໍຄື ​ລັດຖະບານ​ລາວ ​ເພື່ອ​ປະກອບສ່ວນ​ເສີມ​ຂະຫຍາຍ​ໃຫ້ການ​ພົວພັນ​ຮ່ວມມື ລະຫວ່າງ​ສອງ​ປະ​ເທດ ລາວ-​ອາ​ເມ​ລິ​ກາ​ ໃຫ້​ມີ​ບັນຍາກາດ​ນັບ​ມື້​ນັບ​ດີ​ຂຶ້ນ,​ ເພື່ອ​ຜົນ​ປະ​ໂຫຍ​ດຊຶ່ງ​ກັນ ​ແລະ ກັນຫຼາຍ​ຂື້ນ​ໃນ​ອະນາຄົດ.

 

ໂດຍ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ມະນຸດສະທຳ ​ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດຖະບານ ​ແຫ່ງ ສປປ ລາວ, ວຽກ​ງານ​ການ​ຮ່ວມ​ມື, ສຳ​ຫຼວດ ​ແລະ ຂຸດ​ຄົ້ນ ເພື່ອ​ຊອກ​ຫາ​ຮ່ອງຮອຍ ​ແລະ ສິ່ງ​ເສດ​ເຫຼືອ​ຂອງ​ອະດີດ​ທະຫານ​ອາ​ເມ​ລິ​ກາ ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ລາວ ​ໄດ້​ດຳ​ເນີນ​ມາ​ແຕ່​ປີ 1982 ມາ​ເຖິງ​ປະຈຸ​ບັນ​ນີ້​ເປັນ​ເວລາ 34 ປີ​ແລ້ວ, ຊຶ່ງ​ສອງ​ຝ່າຍ​ສາມາດ​ຊອກ​ຫາ, ຂຸດ​ຄົ້ນ​ສິ່ງ​ເສດ​ເຫຼືອ​ຂອງ​ອະດີດ​ທະຫານ​ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ລາວ, ສຳ​ເລັດ​ໄປ​​​ແລ້ວ ຈຳນວນ 272 ກໍລະນີ ​ໃນຈຳນວນ 573 ກໍລະນີ ​ແລະ ຍັງ​ເຫຼືອ​ຈະ​ສືບ​ຕໍ່​ຊອກ​ຫາ​ຂຸດ​ຄົ້ນ​ອີກ 301 ກໍລະນີ. ການ​ຮ່ວມ​ມື​ດັ່ງກ່າວ ​ເປັນ​ການສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ ​ກໍ​ຄື​ ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ຂອງ​ປະຊາຊົນ​ລາວ ທີ່ມີ​ຕໍ່​ລັດຖະບານ​ ກໍ​ຄື​ ປະຊາຊົນ​ອາ​ເມ​ລິ​ກາ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485555
ມື້ນີ້60
ມື້ວານ196
ອາທິດນີ້591
ເດືອນນີ້4860