ໃນວັນທີ 06 ສິງຫາ 2016, ໂດຍພາຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະນຳສະຖານທູດ, ຫນ່ວຍຊາວຫນຸ່ມສະຖານທູດລາວທີ່ເຊອູນໄດ້ຈັດກິດຈະກຳກິລາບານເຕະມິດຕະພາບ ແລະ ກິດຈະກຳອື່ນໆຂຶ້ນຢູ່ທີ່ສະຫນາມກິລາ ມະຫາວິທະຍາໄລແຫ່ງຊາດເຊອູນ, ສ.ເກົາຫລີ. ໃຫ້ກຽດເຂົ້າຮ່ວມໂດຍ ສະຫາ ຍຄຳສວຍ ແກ້ວດາລາວົງ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດລາວປະຈຳ ສ.ເກົາຫລີ ພ້ອມດ້ວຍພັນລະຍາ, ທ່ານ ໂອ ມຽງ ຮວານ (Mr. Oh Myung-hwan), ປະທານສະມາຄົມມິດຕະພາບ ສ.ເກົາຫລີ-ລາວ, ມີແຂກຖືກເຊີນ, ບັນດາສະມາຊິກຊາວຫນຸ່ມຈາກສະຖານທູດ, ຫ້ອງການການບິນລາວທີ່ ເຊອູນ ແລະ ນັກສຶກສາລາວ ທີ່ສ.ເກົາຫລີ ເຂົ້າຮ່ວມທັງຫມົດ 50 ກວ່າສະຫາຍ.
ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນລັດຖະທຳມະນູນແຫ່ງຊາດ15 ສິງຫາ, ວັນຍຶດອຳນາດ 23 ສິງຫາ ແລະ ເປັນການປະກອບສ່ວນເຂົ້າໃນຂະບວນການສ້າງຫນ່ວຍພັກແຂງຮູ້ນຳພາຮອບດ້ານຂອງຫນ່ວຍພັກສະຖານທູດລາວທີ່ ເຊອູນ. ພ້ອມກັນນັ້ນກໍເພື່ອເປັນການຮັດແຫນ້ນຄວາມສາມັກຄີພາຍໃນສະມາຊິກຊາວຫນຸ່ມດ້ວຍກັນ, ບັນດາກິດຈະກຳແມ່ນດຳເນີນໄປດ້ວຍໄມຕີຈິດມິດຕະພາບ ແລະ ເບີກບານມ່ວນຊື່ນ.