ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງຕ່າງປະເທດ ໂອ້ລົມພະນັກງານສະຖານທູດລາວ ທີ່ ບາງກອກ

Juttung BKK1 Juttung BKK2

 

ໃນຕອນເຊົ້າຂອງວັນທີ 10 ສິງຫາ ທີ່ຜ່ານມານີ້, ທ່ານ ຕິ່ງ ສຸກສັນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ, ໄດ້ພົບປະ ແລະ ໂອ​້ລົມກັບບັນດາພະນັກງານຂອງສະຖານທູດ ສປປ ລາວ, ທີ່ ບາງກອກ, ຣາຊາອານາຈັກໄທ, ເພື່ອແຈ້ງສະພາບ ກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ພາຍໃນກະຊວງການຕ່າງປະເທດ ແລະ ເປັນການໃຫ້ທິດຊີ້ນຳໃນການປະຕິບັດວຽກງານ ຂອງບັນດາອ້າຍເອື້ອຍນ້ອງພະນັກງານໃນສະຖານທູດ.

 

ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ທີ່ປຶກສາທູດ, ທັງເປັນຫົວໜ້າຫ້ອງການສະຖານທູດ, ໄດ້ລາຍງານສະພາບການໂດຍຫຍໍ້ ກ່ຽວກັບ ການຈັດຕັ້ງປະຕິບັດວຽກຂອງສະຖານທູດໃນໄລຍະຜ່ານມາ ໃຫ້ທ່ານຫົວໜ້າກົມຈັດຕັ້ງຮັບຊາບ ແລະ ຈາກນັ້ນບັນດາອ້າຍເອື້ອຍນ້ອງພະນັກງານພາຍໃນສະຖານທູດ ໄດ້ພັດປ່ຽນກັນຂຶ້ນມີຄວາມເຫັນຢ່າງສ້າງສັນ ກ່ຽວກັບ ແນວທາງການພັດທະນາບຸກຄະລາກອນໃນສະຖານທູດລາວ ທີ່ ບາງກອກ ອີກດ້ວຍ.

 

ໃນ​ໂອ​ກາດ​​ນີ້, ກ່ອນ​ອື່ນ​ໝົດ ທ່ານ ຕິ່ງ ສຸກສັນ ໄດ້​ແຈ້ງ​ສະ​ພາບ​ການ ​ກ່ຽວ​ກັບ ​ການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມຂອງ​ປະ​ເທດ​ລາວ ແລະ ສະພາບ​ການອັນ​ພົ້ນ​ເດັ່ນຂອງໂລກ​ ໃຫ້​ພະ​ນັກ​ງານ​ສະ​ຖານ​ທູດ​ຮັບ​ຊາບ, ໂດຍ​ສະ​ເພາະ ບັນ​ດາ​ເຫດ​ການ​ອັນ​ສຳ​ຄັນ​ທີ່ ສປປ ລາວ ກຳລັງ​ຈັດ​ຕັ້ງ​ປະ​ຕິ​ບັດຢູ່ ພິເສດ ການເປັນປະທານອາຊຽນຂອງລາວໃນປີນີ້ ເຊິ່ງມີຄວາມຮັບຜິດຊອບສູງໃນການຈັດກອງປະຊຸມອັນສຳຄັນຂອງອາຊຽນ.

 

ນອກ​ຈາກນັ້ນ, ທ່ານ​ຍັງ​ໄດ້​ຕີ​ລາ​ຄາ​ສູງ ​ຕໍ່​ຜົນ​ງານ​ຂອງ​ບັນ​ດາ​ອ້າຍ​ນ້ອງ​ພະ​ນັກ​ງານ​ ທີ່​ໄດ້​ປະ​ກອບ​ສ່ວນ​ແກ່​ວຽກ​ງານ​ຂອງ​ສະ​ຖານ​ທູດ​ໃນ​ໄລ​ຍະ​ຜ່ານ​ມາ ໃນ​ການ​ເຮັດ​ໜ້າ​ທີ່​ເປັນ​ເສ​ນາ​ທິ​ການ​ໃຫ້​ຂັ້ນ​ເທິງ​ໄດ້​ເປັນ​ຢ່າງ​ດີ ແລະ ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ທັງ​ໝົດ ຈົ່ງມີ​ສະ​ຕິ​ກຳ​ໄດ້​ມິດ​ສັດ​ຕູ ແລະ ​ກຳ​ແໜ້ນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ມີ​ຄວາມ​ສາ​ມັກ​ຄີ​ຮັກ​ແພງ​ກັນ ເພື່ອ​ດຳ​ເນີນ​ວຽກ​ງານ​ທີ່​ພັກ ແລະ ລັດ​ມອບ​ໝາຍ​ໃຫ້​ບັນ​ລຸ​​ໄດ້ຕາມ​ແຜນ​ການ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480388
ມື້ນີ້46
ມື້ວານ172
ອາທິດນີ້786
ເດືອນນີ້6619