ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈັດຝຶກອົບຮົມໃຫ້ພະນັກງານປະສານງານດ້ານການຂ່າວ

fmlo1  fmlo2

 

      ໃນວັນທີ 23 ສິງຫາ 2016, ທີ່ ນະຄອນຫຼວງວຽງຈັນ, ກົມການຂ່າວ ກະຊວງການຕ່າງປະເທດ ໃນນາມໜ່ວຍງານສູນຂ່າວ ແລະ ຄຸ້ງຄອງສື່ມວນຊົນຕ່າງປະເທດ, ອະນຸກຳມະການໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ ວຽກງານການຄຸ້ມຄອງສື່ມວນຊົນຕ່າງປະເທດ ໃຫ້ແກ່ພະນັກງານປະສານງານດ້ານການຂ່າວ ໂດຍການເປັນປະທານຂອງ ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ, ຫົວໜ້າສູນຂ່າວຕ່າງປະເທດ; ມີບັນດາທ່ານຄະນະກົມການຂ່າວ, ຄະນະພະແນກກົມການຂ່າວ, ພະນັກງານຈາກກະຊວງການຕ່າງປະເທດ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ 120 ກວ່າທ່ານ.

          ໃນກອງປະຊຸມ, ທ່ານ ພອນທະວີ ບຸດດາລາ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຮັບຮູ້ ເຂົ້າໃຈ ເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມທີ່ກ່ຽວຂອງອື່ນໆ ທີ່ ສປປ ລາວ ຈະເປັນເຈົ້າພາບໃນ ວັນທີ 6-8 ກັນຍາ 2016 ນີ້, ຄວາມໝາຍຄວາມສໍາຄັນຂອງວຽກງານດ້ານການຂ່າວ, ການແນະນຳ, ການຄຸ້ມຄອງ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກຂ່າວຕ່າງປະເທດທີ່ຈະມາເກັບກຳຂ່າວໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ໃນລະຫວ່າງວັນທີ 6-8 ກັນຍາ 2016.​ ຫຼັງຈາກນັ້ນ, ຄະນະພະແນກຈາກກົມການຂ່າວ ກໍ່ໄດ້ພັດປ່ຽນກັນຂຶ້ນບັນຍາຍ ໃນຫົວຂໍ້ຕ່າງໆ ຄື:​ ວຽກງານບໍລິຫານສູນຂ່າວຕ່າງປະເທດ, ວຽກງານຂໍ້ມູນຂ່າວສານ ແລະ ປະຊາສຳພັນ, ວຽກງານພາຫະນະ ແລະ ໂຮງແຮມ ແລະ ວຽກງານຄຸ້ມຄອງສື່ມວນຊົນຕ່າງປະເທດ. ແລະ ໃນຕອນບ່າຍກໍໄດ້ລົງທັດສະນະສຶກສາເບິ່ງສະຖານທີ່ສູນຂ່າວຕ່າງປະເທດ ICTC ແລະ ຫໍປະຊຸມແຫ່ງຊາດ NCC.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484509
ມື້ນີ້25
ມື້ວານ188
ອາທິດນີ້947
ເດືອນນີ້3814