ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງການເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຟີແລັກ ຄັ້ງທີ 17 (17th FEALAC SOM)

FEALAC17

 

ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງທີ 17 (17th Forum for East Asia-Latin America Coorperation Senior Officials’ Meeting), ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 24-26 ສິງຫາ 2016, ທີ່ປະເທດ ກົວເຕີມາລາ, ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກ ຟີແລັກ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈຳນວນ 36 ປະເທດ ຈາກພາກ​ພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ.

 

ກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງທີ 17, ໄດ້ດຳເນີນໄປພາຍໃຕ້ການເປັນປະທານ ຂອງປະເທດຜູ້ປະສານງານຮ່ວມ ກົວເຕີມາລາ ແລະ ສາທາລະນະ​ລັດ ເກົາຫລີ. ໃນກອງປະຊຸມຄັ້ງນີ້, ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ໄດ້ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການປັບປຸງກົນໄກລະບົບການເຮັດວຽກ, ການສ້າງຟີແລັກໃຫ້ມີຄວາມເຂັ້ມແຂງ, ການຍົກສູງບົດບາດ, ການຕີລາຄາຄວາມຄືບໜ້າ ແລະ ທົບທວນຄຶນ ບັນດາໂຄງການ ແລະ ຂໍ້ລິເລີ່ມກິດຈະກໍາຂອງການຮ່ວມມືຟີແລັກ ສົກປີ 2015-2016ໂດຍຜ່ານ 4 ໜ່ວຍງານຍ່ອຍຟີແລັກ (1.ໜ່ວຍງານສັງຄົມການເມືອງ ແລະ ການພັດທະນາແບບຍືນຍົງ, 2. ໜ່ວຍງານການຄ້າ, ລົງທຶນ, ທ່ອງທ່ຽວ ແລະ ວິສາຫະກິດຈຸລະພາກ ຂະໝາດນ້ອຍ ແລະ ກາງ, 3. ໜ່ວຍງານ ວັດທະນະທໍາ, ຊາວໜຸ່ມ, ບົດບາດຍິງຊາຍ ແລະ ກິລາ, 4. ໜ່ວຍງານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ). ໃນນັ້ນກອງປະຊຸມໄດ້ປຶກສາຫາລືສະເພາະກ່ຽວກັບການປະກອບສ່ວນຂອງຟີແລັກເຂົ້າວາລະການພັດທະນາແບບຍືນຍົງຮອດ ປີ 2030 ໃນກອບອົງການສະຫະປະຊາຊາດ, ການສ້າງລະບົບການຈັດຕັ້ງລະບົບ 3 ຝ່າຍ (Troika System), ການສ້າງກອງທຶນຟີແລັກ, ຄວາມເປັນໄປໄດ້ໃນການຈັດກອງປະຊຸມສຸດຍອດ ແລະ ການກະກຽມກອງປະຊຸມລັດຖະມົນຕີຕ່າງປະເທດຟີແລັກ ຄັ້ງທີ 8ທີ່ຈະຈັດຂຶ້ນໃນປີ 2017 ທີ່ ສ. ເກົາຫຼີ.

 

ກອງປະຊຸມສຸດຍອດຟີແລັກ ຄັ້ງນີ້, ໄດ້ຮັບຮອງເອົາ ແຜນປະຕິບັດງານໃໝ່ຟີແລັກ ໂດຍຜ່ານ 3 ເສົາຄໍ້າ, ບົດສະເໜີສໍາຫລວດຕິດຕາມໂຄງການຂອງການຮ່ວມມືຟີແລັກ, ການສະເໜີປະເທດຜູ້ປະສານງານໃໝ່ ແລະ ປະເທດປະທານຮ່ວມ (Co-chair) ຂອງກອງປະຊຸມ 4 ໜ່ວຍງານຍ່ອຍ ລະຫວ່າງສອງພາກພື້ນອາຊີ ແລະ ອາເມລິກາລາຕິນ. ຮັບຮອງເອົາບົດສະຫລຸບລາຍງານຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງທີ 17.

 

ພິເສດໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວຂອງ ສປປ ລາວ ໄດ້ຮັບກຽດຈາກບັນດາປະເທດສະມາຊິກ ຟີແລັກ ໃຫ້ເປັນປະເທດປະສານງານຈາກພາກພື້ນ ອາຊີຕາເວັນອອກ ຕໍ່ໄປ ຈາກ ສ. ເກົາຫຼີ ເຊິ່ງແມ່ນໜ້າທີ່ອັນມີກຽດ, ເພື່ອສືບຕໍ່ການຮັດແໜ້ນການພົວພັນ ​ແລະ ຮ່ວມມືລະຫວ່າງອາຊີຕາເວັນອອກ ແລະ ອາເມລິກາລາຕິນໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂື້ນ, ທັງເປັນໄລຍະທີ່ຈະຄົບຮອບ 20 ປີ ແຫ່ງການສ້າງຕັ້ງຂອບການຮ່ວມມືດັ່ງກ່າວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484637
ມື້ນີ້153
ມື້ວານ188
ອາທິດນີ້1075
ເດືອນນີ້3942