ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບລາງວັນເພື່ອຊົມເຊີຍນັກຮຽນລາວ ທີ່ ຊະນະການແຂ່ງຂັນ ຖາມ-ຕອບ ຄວາມຮູ້ ກ່ຽວກັບ ອາຊຽນ ລະດັບພາກພື້ນ ຄັ້ງທີ 7

ASEAN1

 

ASEAN2

 

ໃນວັນທີ 2 ກັນຍາ 2016, ກະຊວງ​ການ​ຕ່າງປະ​ເທດ ໄດ້ຈັດພິທີມອບລາງວັນຊົມເຊີຍ ເງິນສົດຈຳນວນ     9.000.000 ກີບ ໃຫ້ແກ່ທີມຊະນະເລີດການແຂ່ງຂັນ ຖາມ-ຕອບ ຄວາມຮູ້ ກ່ຽວກັບ ອາຊຽນ ລະດັບພາກພື້ນ ຄັ້ງທີ 7 (7th ASEAN Quiz Regional Level 2016), ຊຶ່ງເປັນກຽດມອບລາງວັນໂດຍ ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນ ໂດຍມີຕ່າງໜ້າຈາກບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ບັນດາແຂກທີ່ຖືກ ເຊີນຈາກຄະນະຈັດກິດຈະກຳການແຂ່ງຂັນດັ່ງກ່າວ ​​​ເຂົ້າ​ຮ່ວມ​ໃນ​ພິທີ​ຄັ້ງນີ້ ທີ່ ກະຊວງການຕ່າງປະເທດ.

ກິດຈະກຳການ​ແຂ່ງຂັນດັ່ງກ່າວ ແມ່ນເພືຶ່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ບັນດາຊາວໜຸ່ມອາຊຽນ ໂດຍຜ່ານເກມການ ແຂ່ງຂັນ ຖາມ-ຕອບ ຊຶ່ງເປັນການສົ່ງເສີມຄວາມຮັບຮູ້ ກ່ຽວກັບ ຄວາມເປັນມາ ແລະ ວິວັດທະນະການທາງດ້ານປະຫວັດສາດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ເສດຖະກິດ ພາຍໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ການ​ແຂ່ງຂັນ​ປະກອບ​ມີ ບັນດາ​ຊາວໜຸ່ມ​ຈາກ 10 ປະ​ເທດອາ​ຊຽນ, ປະ​ເທດ​ລະ 3 ທ່ານ ເຂົ້າຮ່ວມ ​ແລະ ຜົນ​ການ​ແຂ່ງຂັນ​ດັ່ງກ່າວ ​ແມ່ນ​ທີມນັກຮຽນຈາກ ສປປ ລາວ ​ເປັນ​ຜູ້​ຊະນະ​ເລີດ ຄະ​ແນນ​ລວມ 415 ​ແລະ ນັກ​ຮຽນຈາກ​ ປະ​ເທດ​ຟີ​ລິ​ບປິນ ຊະນະ​ອັນ​ດັບ 2 ຄະ​​ແນະ​ລວມ 285 ​ແລະ ນັກ​ຮຽນ​ຈາກ ​ໄທ ຊະນະ​ອັນ​ດັບ 3 ຄະ​ແນນ 270. ທີມນັກຮຽນລາວ ປະກອບມີ ນ. ສິຣິໂສພາ ສິດທິພອນ, ຈາກໂຮງຮຽນ ນິຣະດາ, ນະຄອນຫລວງວຽງຈັນ, ນ. ອັນຕິກາ ໄຊຢາພອນ, ຈາກໂຮງຮຽນ ມສ ປາກເຊ, ແຂວງຈຳປາສັກ ແລະ ທ. ຈັນຈະເລີນ ຣາຊະພົນ, ຈາກໂຮງຮຽນ ມສ ສະຫວັນນະເຂດ, ແຂວງສະຫວັນນະເຂດ. ການມອບລາງວັນຄັ້ງນີ້ ແມ່ນເພື່ອຊຸກຍູ້ຂະບວນຊາວໜຸ່ມເຍົາວະຊົນ ເພື່ອກຳໄດ້ຢ່າງເລິກເຊິ່ງຕໍ່ບົດບາດຂອງ ອາຊຽນ, ບົດບາດ ຂອງ ສປປ ລາວ ກໍຄື ຂະບວນການເຊື່ອມໂຍງພາກພື້ນ ແລະ ສາກົນ ແລະ ທັງເປັນການສຶບຕໍ່ສົ່ງເສີມປູກຈິດສຳນຶກ ແລະ ສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ ຊາວໜຸ່ມ, ນັກຮຽນ-ນັກສຶກສາ, ປະຊາຊົນ ແລະ ພະນັກງານ ກ່ຽວກັບ ວຽກງານອາຊຽນ ໃຫ້ຫລາຍຂຶ້ນ. ນອກຈາກນີ້, ກໍເປັນການໂຄສະນາເຜີຍແຜ່ ກ່ຽວກັບ ການເຄື່ອນໄຫວວຽກງານອາຊຽນ ໃນໄລຍະ ທີ່ ສປປ ລາວ ເປັນປະທານໜູນວຽນ ອາຊຽນ ໃນປີ 2016 ນີິ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484706
ມື້ນີ້17
ມື້ວານ205
ອາທິດນີ້1144
ເດືອນນີ້4011