ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຢ້ຽມຊົມຫ້ອງມູນເຊື້ອ ການເຄືອນໄຫວວຽກງານຕ່າງປະເທດ

 

Yiemsom0 Yiemsom1

 

ໃນ​ໂອກາດ ຄົບຮອບ 71 ປີ ​ວັນ​ການ​ທູດ​ລາວ, 12 ຕຸລາ 1945, ​ກະຊວງ​ການ​ຕ່າງປະ​ເທດໄດ້​ຈັດ​ໃຫ້​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ, ຄູ​-ອາຈານ ​ແລະ ນັກ​ສຶກສາພາກ​ວິຊາ​ພົວພັນ​ສາກົນ, ຄະນະ​ນິຕິສາດ ລັດຖະສາດ, ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ ​ເຂົ້າ​ຢ້ຽມຊົມຫ້ອງ​ມູນ​ເຊື້ອການ​ເຄື່ອນ​ໄຫວ​ວຽກງານ​ຕ່າງປະ​ເທດ ​ໃນ​ວັນ​ທີ 12 ຕຸລາ 2016 ທີ່ ກະຊວງ​ການ​ຕ່າງປະ​ເທດ​.

ຈຸດປະສົງຂອງການ​ເປີດ​ໃຫ້​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ,​ ຄູ​-ອາຈານ ​ແລະ ນັກ​ສຶກສາ ​ເຂົ້າຢ້ຽມຊົມຫ້ອງມູນເຊື້ອການເຄື່ອນໄຫວວຽກງານການຕ່າງປະເທດ ​ໃນ​ຄັ້ງນີ້ແມ່ນເພື່ອ​ໃຫ້​ຮັບ​ຮູ້​ເຖິງຜົນງານການຈັດຕັ້ງປະຕິບັດແນວທາງນະ​ໂຍບາຍການຕ່າງປະເທດຂອງພັກ-ລັດກໍ​ຄືຂະແໜງການຕ່າງປະເທດໃນແຕ່ລະໄລຍະ, ເຫັນ​ໄດ້ຂະບວນການເຄື່ອນໄຫວຕໍ່ສູ້ໃນໄລຍະເຮັດການປະຕິວັດຊາດ ​ປະຊາທິປະ​ໄຕເພື່ອປົດປ່ອຍປະເທດຊາດຊຶ່ງເປັນການ​ເຄື່ອນ​ໄຫວ​ຕໍ່ສູ້​ທາງ​ດ້ານ​ການ​ເມືອງ, ການ​ທູດ​ທີ່​ແຫຼມຄົມ​ຂອງ​ພັກ-ລັກ​ ​ໄປ​ຄຽງຄູ່​ກັບການຕໍ່ສູ້ຢ່າງດຸເດືອດຂ້ຽວຂາດທາງ​ດ້ານ​ການ​ທະຫານທີ່ເຕັມໄປດ້ວຍການເສຍສະຫຼະເລືອດເນື້ອ ຊີວິດຂອງນັກຮົບປະຕິວັດທີ່ນັບບໍ່ຖ້ວນ, ຊຶ່ງໄດ້ເຮັດໃຫ້ການປະຕິວັດລາວສາມາດສ້າງໜ້າປະຫວັດສາດອັນໃໝ່ທີ່ສາກົນຍ້ອງຍໍ​ຊົມ​ເຊີຍ, ອັນເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການລຸກຮື້ຂຶ້ນຢຶດອຳນາດແບບ ບົວບໍ່ຊ້ຳນ້ຳບໍ່ຂຸ່ນ ແລະໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ, ເປີດສັງກາດໃໝ່ແຫ່ງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ຂອງປະຊາຊົນລາວບັນດາເຜົ່າ.ພ້ອມນີ້,ຫ້ອງ​ມູນ​ເຊື້ອຍັງສະແດງໃຫ້ເຫັນຜົນງານການປະກອບສ່ວນຂອງບັນດາການນຳຂັ້ນສູງຂອງພັກ-ລັດ, ບັນດາພະນັກງານການທູດ​ແລະ ຂະ​ແຫນງ​ການ​ຕ່າງໆໃນການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາແລະສ້າງສາປະເທດຊາດ, ໂດຍປະຕິບັດ​ຕາມ​ແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບແລະການຮ່ວມມືຢ່າງສະ​ເໝີຕົ້ນ​ສະ​ເໝີປາຍ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື ​ແບບຫຼາຍທິດ, ຫຼາຍຝ່າຍ ​ແລະ ຫຼາຍຮູບ​ແບບ ຕາມ​ທິດ​ນຳ “​ເພີ່ມ​ມິດຫຼຸດຜ່ອນ​ສັດຕູ” ຊຶ່ງໄດ້ເຮັດໃຫ້ບົດບາດ, ອິດທິພົນແລະຊື່ສຽງຂອງສປປ ລາວສູງ​ເດັ່ນ​ຂຶ້ນໃນເວທີພາກພື້ນແລະສາກົນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485298
ມື້ນີ້226
ມື້ວານ169
ອາທິດນີ້334
ເດືອນນີ້4603