ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນສະຫະພັນແມ່ຍິງກະຊວງການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຝ່າຍລາວ

 

spouseviet4 spouseviet3

spouseviet2 spouseviet1

 

ເພື່ອ​ເປັນ​ການ​ເສີມ​ຂະຫຍາຍການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ ລະຫວ່າງ ສະຫະພັນ​ແມ່ຍິງ​ ກະຊວງ​ການ​ຕ່າງປະ​ເທດ ສປປ ລາວ ​ແລະ ສະຫະພັນ​ແມ່ຍິງ ​ກະຊວງ​ການ​ຕ່າງປະ​ເທດ ສສ. ຫວຽດນາມ. ທ່ານ ນາງ ຫງວຽນ ທິ ຫງຽດ ງາ, ພັນ​ລະ​ຍາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ. ຫວຽດນາມ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ສສ. ຫວຽດນາມ ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ​ໃນ​ລະຫວ່າງ​ວັນ​ທີ 17-18 ຕຸລາ 2016.

ໃນ​ວັນ​ທີ 17 ຕຸລາ 2016,​ ທີ່​ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ມີ​ພິທີ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ສປປ ລາວ ນຳ​ໂດຍ​ທ່ານ ນາງ ອາ​ລຸນ​ນີ ກົມມະ​ສິດ,​ ພັນ​ລະ​ຍາ​ທ່ານ​ລັດຖະມົນຕີ​ຕ່າງປະ​ເທດ ສປປ ລາວ, ປະທານ​ກິດ​ຕິ​ມະ​ສັກ​ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະຫະ​ພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ສສ. ຫວຽດນາມ ນຳ​ໂດຍ​ທ່ານ ນາງ ຫງວຽນ ທິ ຫງວຽດ ງາ, ພັນ​ລະ​ຍາ​ທ່ານ​ຮອງ​ນາຍົກລັດຖະມົນ ຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ. ຫວຽດນາມ. ​ໃນ​ການ​ພົບ​ປະ ທ່ານ ນາງ ອາ​ລຸນ​ນີ ກົມມະ​ສິດ​ໄດ້ຊົມ​ເຊີຍ ​ແລະ ​ສະ​ແດງຄວາມຍິນ​ດີ​ຕ້ອນຮັບ​ຄະນະຜູ້​ແທນຫະພັນ​ແມ່ຍິງກະຊວງ​ການ​ຕ່າງປະ​ເທດ ສສ. ຫວຽດນາມ; ທັງ​ສອງ​ຝ່າຍ​ໄດ້​ແລກປ່ຽນກັນ​ລາຍ​ງານ​ສະພາບ​​ໂດຍ​ຫຍໍ້​ສະຫະພັນ​ແມ່ຍິງຂອງ​ຕົນ, ບົດບາດ​ຂອງ​ແມ່ຍິງ​ຕໍ່ກັບການ​ເຄື່ອນ​ໄຫວ​ການ​ທູດ​ໃນ​ໄລຍະ​ຜ່ານ​ມາ​​, ​ແລະ ​ແຜນການ​ຮ່ວມ​ມື​ ລະຫວ່າງ ສະຫະພັນ​ແມ່ຍິງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມືຂອງ​ແມ່ຍິງ ​ໃນ​ກອບອາຊຽນ. ການ​ຢ້ຽມຢາມ​ຂອງ​ຄະນະ​ພັນ​ລະ​ຍາ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແມ່ນ​ກົນ​ໄກ​ອັນໜຶ່ງຂອງ​ສອງ​ກະຊວງ​ ​ໃນ​ການ​ຮັດ​ແໜ້ນການ​ຮ່ວມ​ມື ​ແລະ ສົ່ງ​ເສີມ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ.

ໃນ​ໂອກາດ​ຢ້ຽມຢາມ​ເຮັດ​ວຽກຢູ່​ລາວ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ສສ. ຫວຽດນາມ ຍັງ​ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ທ່ານ ນາງ ຄຳ​ເມີງ ວໍລະ​ຈິດ, ພັນ​ລະ​ຍາ​ທ່ານ​ປະທານ​ປະ​ເທດ ທີ່ ທຳນຽບປະທານ​ປະ​ເທດ;​ ​ເຂົ້າ​ຢ້ຽມຂໍ່ານັບ ທ່ານ ນາງ ນາລີ ສີ​ສຸ​ລິດ,​ ພັນ​ລະ​ຍາ​ທ່ານ​ນາ​ຍົກ​ລັດຖະມົນຕີ ທີ່ ສຳນັກງານ​ນາ​ຍົກ​ລັດຖະມົນຕີ; ​ແລະ ຊົມ​ການ​ແຂ່ງຂັນ​ເຮືອ​ຊ່ວງ ທີ່​ທ່າວັດ​ຈັນ.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484687
ມື້ນີ້203
ມື້ວານ188
ອາທິດນີ້1125
ເດືອນນີ້3992