ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ 14

saiydean

     ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ 14 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-29 ຕຸລາ 2016 ທີ່ ນະຄອນເຊິນເຈິນ, ສປ.ຈີນ, ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ແພງສະຫວັນ ແກ້ວປະເສີດ,​ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ, ​ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ແລະ ຝ່າຍຈີນ ນຳໂດຍ ທ່ານ ເຫີເຫວີຍ, ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ.ຈີນ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ຈີນ-ລາວ ຝ່າຍຈີນ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ.

ສອງຝ່າຍໄດ້ພ້ອມກັນສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ 13 ໃນໄລຍະຜ່ານມາ, ເຊິ່ງເຫັນວ່າ: ສະພາບການຢູ່ຕາມບໍລິເວນຊາຍແດນລະຫວ່າງສອງ​ປະ​ເທດ​ແມ່ນມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສອງປະເທດໄດ້ພ້ອມກັນກວດກາລາດຕະເວນຕາມເສັ້ນຊາຍແດນ ແລະ ກວດກາຫຼັກໝາຍຊາຍແດນຢ່າງເປັນປົກກະຕິ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກໍ່ໄດ້ຮັບການແກ້ໄຂຢ່າງທັນການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ມີການປະສານສົມທົບກັນຢ່າງເປັນປົກກະຕິ; ເຈົ້າໜ້າທີ່ທັງສອງຝ່າຍສຶກສາອົບ ຮົມປະຊາຊົນທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃຫ້ເຄົາລົບນັບຖືສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ.

ເພື່ອ​ແນ​ໃສ່​ເຮັດ​ໃຫ້​ວຽກງານການຮ່ວມມື ແລະ ຄຸ້ມຄອງຊາຍແດນລະຫວ່າງສອງປະເທດ​ໃຫ້​ມີ​ປະສິດ ທິ​ຜົນ​ກວ່າ​ເກົ່າ, ສອງຝ່າຍໄດ້ເຫັນດີເອກກະພາບກັນ ຈະຕ້ອງໄດ້ເພີ່ມທະວີເອົາ​ໃຈ​ໃສ່​ໃນ​ການແລກປ່ຽນຂໍ້ມູນຂ່າວສານ, ວຽກງານໂຄສະນາສຶກສາອົບຮົມໃຫ້ແກ່ປະຊາຊົນຢູ່ບໍລິເວນຊາຍແດນ, ສະກັດກັ້ນການລັກລອບຂ້າມຊາຍແດນ ຜິດກົດໝາຍ, ການຂຸດຄົ້ນເຄື່ອງປ່າຂອງດົງ, ການລ່າສັດການລ້ຽງສັດຂ້າມແດນ, ການຄ້າຂາຍເຖື່ອນ, ການຄ້າຢາເສບຕິດ, ການຄ້າມະນຸດ, ການກໍ່ອາດສະຍາກຳຂ້າມຊາດ ແລະ ປະກົດການຫຍໍ້ທໍ້ອື່ນໆ. ແນໃສ່ປົກປັກຮັກສາຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນທີ່ຢູ່ຕາມບໍລິ ເວນຊາຍແດນຂອງສອງປະເທດໃຫ້ສະດວກສະບາຍ​ຍິ່ງໆຂຶ້ນ. ​

   ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງການປະກອບສ່ວນເຂົ້າໃນການສ້າງສາຍພົວ ພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຍຸດທະສາດຮອບດ້ານລະຫວ່າງສອງປະເທດ ໃຫ້ມີການຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ເປັນຊາຍແດນຕົວແບບຢ່າງແທ້ຈິງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484513
ມື້ນີ້29
ມື້ວານ188
ອາທິດນີ້951
ເດືອນນີ້3818