ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ອາຊຽນເພີ່ມທະວີການສົ່ງເສີມສິດທິມະນຸດ

phukhong hum

ຄະ​ນະ​ກໍາ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນວ່າ​ດ້ວຍ​ສິດ​ທິ​ມະ​ນຸດ (ASEAN Intergovern-mental Commission on Human Rights ຫຼື AICHR) ໄດ້​ຈັດ​ກອງ​ປະ​ຊຸມ​ຂຶ້ນ ​ລະ​ຫວ່າງວັນ​ທີ 27-28 ຕຸ​ລາ 2016 ທີ່ ຮ່າ​ໂນ້ຍ, ສ​ສ ຫວຽດ​ນາມ ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ພູ​ໂຂງ ສີ​ສຸ​ລາດ, ຫົວ​ໜ້າ​ກົມ​ສົນ​ທິ​ສັນ​ຍາ​ ແລະ ກົດ​ໝາຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ໂດຍ​ມີ​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ເຈົ້າ​ໜ້າ​ທີ່​ກອງ​ເລ​ຂາອາ​ຊຽນ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້​ທົບ​ທວນ, ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຈັດ​ຕັ້ງ​ແຜນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ໃນ​ໄລ​ຍະ​ເດືອນ​ກໍ​ລະ​ກົດ​ ຫາ ເດືອນ​ຕຸ​ລາ 2016 ແລະ ການ​ກະ​ກຽມ​ໃຫ້​ແກ່​ການ​ຈັດ​ຕັ້ງ​ກິດ​ຈະ​ກຳ​ທີ່​ຍັງ​ເຫຼືອ​ໃນ​ປີ 2016 ເຊິ່ງ​ລວມ​ມີ​ກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວ​ກັບ ສິດ​ທິ​ມະ​ນຸດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ບໍ​ລິ​ສັດ​ຕໍ່​ສັງ​ຄົມ, ສິດ​ທິ​ມະ​ນຸດ ແລະ ການ​ຕ້ານ​ການ​ຄ້າ​ມະ​ນຸດ, ການ​ສົ່ງ​ເສີມ​ສິດ​ທິ​ຂອງ​ຄົນ​ພິ​ການເຂົ້າ​ໃນ 3 ເສົາ​ຄ້ຳ​ຂອງ​ປະ​ຊາ​ຄົມ​ອາຊຽນ.

ກອງ​ປະ​ຊຸມ​ຍັງ​ໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງເອົາ​ແຜນ​ການ​ຈັດ​ຕັ້ງ​ກິດ​ຈະ​ກຳ​ບຸ​ລິ​ມະ​ສິດ​ສຳ​ລັບ​ປີ 2017 ເຊິ່ງ​ລວມ​ມີ​ການ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ແ​ລ​ະ ການ​ສຶກ​ສາ​ຄົ້ນ​ຄວ້າ​ໃນ​ຫົວ​ຂໍ້​ຕ່າງໆ​ຄື: ສິດ​ທິ​ມະ​ນຸດ​ກັບ​ສິ່ງ​ແວດ​ລ້ອມ, ສິດ​ທິ​ໃນ​ການ​ສຶກ​ສາ, ສິດ​ທິ​ດ້ານ​ສາ​ທາ​ລະ​ນະ​ສຸກ, ການ​ເຂົ້າ​ເຖິງ​ຄວາມ​ຍຸ​ຕິ​ທຳ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ກົດ​ໝາຍ ແລະ ອື່ນໆ. ສ​ປ​ປ ລາວ ​ເປັນ​ເຈົ້າ​ການ​ໃນ​ການ​ສຶກ​ສາ​ຄົ້ນ​ຄວ້າ ກ່ຽວ​ກັບ ສິດ​ທິ​ໃນ​ສັນ​ຕິ​ພາບ ແລະ ການ​ສຶກ​ສາ​ຄົ້ນ​ຄວ້າ ກ່ຽວ​ກັບ ສິດ​ທິ​ໃນ​ການ​ສຶກ​ສາ ໂດຍ​ເນັ້ນ​ໜັກ​ໃສ່​ການ​ສ້າງ​ກາ​ລະ​ໂອ​ກາດ​ອັນ​ສະ​ເໝີ​ພາບໃຫ້​ຊາວ​ໜຸ່​ມ​ໄດ້​ຮັບ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ. ໃນ​ໄລ​ຍະ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ໄດ້​ພົບ​ປະ​ກັບ​ສະ​ຖາ​ບັນ​ກົດ​ໝາຍ​ສິດ​ທິ​ມະ​ນຸດ ແລະ ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ​ ຂອງ​ປະ​ເທດ​ສະ​ວີ​ເດັນ (RWI) ແລະ ໜ່ວຍ​ງານ​ເຮັດ​ວຽກ ​ກ່ຽວ​ກັບ ກົນ​ໄກ​ສິດ​ທິ​ມະ​ນຸດ​ອາ​ຊຽນ ເພື່ອ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ກັນ​ໃນ​ຕໍ່​ໜ້າ.

ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ຖືກສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ກົດ​ບັດ​ອາ​ຊຽນ ​ເປັນ​ອົງ​ກອນຫຼັກ​ໃນ​ການ​ສົ່ງ​ເສີມ​ການຮ່ວມ​ມື​​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ອາ​ຊຽນ​, ​ການ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ອາ​ຊຽນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ, ບັນ​ດາ​ຖະ​ແຫຼງ​ການ​ອື່ນໆທີ່​ກ່ຽວ​ຂ້ອງ​ຂອງ​ອາ​ຊຽນ​ ກໍ​ຄື ພັນ​ທະ​ພາຍ​ໃຕ້​ສົນ​ທິ​ສັນ​ຍາ, ສັນ​ຍາ​ທີ່​ບັນ​ດາ​ປະ​ເທດ​ອາຊຽນ​ເປັນ​ພາ​ຄີ ບົນ​ພື້ນ​ຖານ​ສະ​ພາບ​ເງື່ອນ​ໄຂ ແລະ ຈຸດ​ພິ​ເສດ​ຂອງ​ພາກ​ພື້ນ ແລະ ຂອງ​ແຕ່​ລະ​ປະ​ເທດ​​ສະ​ມາ​ຊິກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125