ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ມາເລເຊຍ ຄົບຮອບ 50 ປີ

lao malaysia 50 2

lao malaysia 50 1

ໃນວັນທີ 3 ພະຈິກ 2016, ​ສະຖານ​ເອກ​ອັກຄະລັດຖະທູດ​ແຫ່ງສປປລາວ​ ປະຈໍາ ປະເທດມາເລເຊຍ ​ໄດ້​ຈັດງານລ້ຽງສະ​ເຫລີ​ມສະຫລອງ​ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຄົບຮອບ 50 ປີ​ ທີ່ໂຮງແຮມ ເດິຣິດ - ຄາເຕິນ, ນະຄອນຫຼວງ ກົວລາລໍາເປີ, ໂດຍມີ ທ່ານ ດາໂຕະ ດຣ. ອາຊ໌ຣາບ ວາດີ ບິນ ດາໂຕະ ດູຊຸກີ (Dato’ Dr. Asyraf Wajdi Bin Dato’ Dusuki), ສະມາຊິກວຸດທິສະພາ, ຮອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຕາງໜ້າລັດຖະບານມາເລເຊຍ ເຂົ້າຮ່ວມເປັນແຂກກິຕິມະສັກ, ພ້ອມກັນນັ້ນ ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ບັນດາກະຊວງອົງການກ່ຽວຂ້ອງຂອງມາເລເຊຍ, ບັນດາທູດ ອາຊຽນ, ນັກທຸລະກິດທີ່ລົງທຶນຢູ່ລາວ, ບັນດາເພື່ອນມິດທີ່ມີການພົວພັນໃກ້ຊິດກັບສະຖານທູດ, ຕະຫຼອດທັງຄົນເຊື້ອຊາດລາວ ແລະ ນັກສຶກສາລາວຢູ່ມາເລເຊຍ ກໍໄດ້ເຂົ້າຮ່ວມ.

ໂອກາດອັນມີຄວາມໝາຍດັ່ງກ່າວ, ທ່ານ ຫຸມດາວພອນ ສຸກຂະເສີມ, ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ມາເລເຊຍ ແລະ ທ່ານ ດາໂຕະ ດຣ. ອາຊ໌ຣາບ ວາດີ ບິນ ດາໂຕະ ດູຊຸກີ ກໍໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ເຊິ່ງທັງສອງຝ່າຍໄດ້ຕີລາຄາຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືລະຫວ່າງສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ-ມາເລເຊຍ, ເຊິ່ງໃນໄລຍະ 50 ປີຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດແມ່ນໄດ້ຮັບການເສີມສ້າງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນແລະກັນ, ຄວາມປາຖະໜາດີ ແລະ ຄວາມເຂົ້າອົກເຂົ້າໃຈ, ເຊິ່ງສະແດງອອກໃນການພົວພັນຮ່ວມມືທາງດ້ານການເມືອງ, ການທະຫານ, ເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ກິລາ, ການພົວພັນຢ່າງໃກ້ຊິດ ລະຫວ່າງ ປະຊາຊົນສອງຊາດ ແລະ ການແລກປ່ຽນການຢ້ຽມຢາມຂອງຜູ້ນຳຂັ້ນສູງ ແລະ ລະຫວ່າງບັນດາກະຊວງຂະແໜງການຕ່າງໆຂອງສອງປະເທດ.

ທັງສອງຝ່າຍຕ່າງກໍສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ມາເລເຊຍ ໃຫ້ນັບມື້ແຕກດອກອອກຜົນ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດ, ຄວາມຢູ່ດີກິນດີຂອງປະຊາຊົນສອງຊາດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484642
ມື້ນີ້158
ມື້ວານ188
ອາທິດນີ້1080
ເດືອນນີ້3947