ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມ ເພື່ອລະດົມຄວາມຄິດເຫັນໃສ່ຮ່າງກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ

SorYhorKor 1 SorYhorKor 2

 

ໃນ​ວັນ​ທີ 14-15 ພະຈິກ 2016, ກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ຈັດກອງປະຊຸມທາ​ບທາມ ​ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ​​​ໃສ່ຮ່າງກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ​ຂຶ້ນ​ ທີ່​ຫ້ອງ​ວ່າການ​ແຂວງ​ບໍລິ​ຄຳ​ໄຊ, ​​ໂດຍ​ມີ ທ່ານ ສົມ​ຄິດ ວັນ​ຄຳ, ຮອງຫົວໜ້າ​ກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ໃນ​ຄະນະ​ຊີ້​ນຳ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ສົນທິສັນຍາ, ຜູ້ຕາງໜ້າ​ຈາກ​ຫ້ອງ​ວ່າການ​ປົກຄອງ​ແຂວງ, ພະ​ແນ​ກການ​ຕ່າງປະ​ເທດ​​ແຂວງ ​ແລະ ພະ​ແນ​ກການ​ທີ່​ກ່ຽວຂ້ອງ​ ຈາກ​ແຂວງ​ບໍລິ​ຄຳ​ໄຊ, ​ແຂວງ ​ໄຊ​ສົມບູນ, ​ແຂວງ ວຽງ​ຈັນ ​ແລະ ​ແຂວງ​ຄຳ​ມ່ວນ ​ເຂົ້າ​ຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອນຳເອົາຮ່າງກົດຫມາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ມາທາບທາມ ​ແລະ ແລກປ່ຽນຄຳຄິດເຫັນກັບ​ບັນດາ​ອົງການ​ປົກຄອງ​ຂັ້ນ​ແຂວງ​ ຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ ​ເພື່ອ​ລະດົມ​ຄວາມ​ຄິດ​ຄວາມ​ເຫັນ ​ໂດຍ​ສະ​ເພາະ​ຕໍ່​ກັບ​ເງື່ອນ​ໄຂ​ທີ່​ພົວພັນ​​ກັບ​ການ​ສ້າງສັນ​ຍາ​ສາກົນ​ໃນ​ຂັ້ນ​ແຂວງ. ​ເພື່ອ​ເຮັດ​ໃຫ້​ກົດ​ໝາຍ​ສະບັບ​ນີ້​ ມີ​ເນື້ອ​ໃນ​ຄົບ​ຖ້ວນ, ​ແທດເໝາະ​ກັບ​ສະພາບ​ຕົວ​ຈິງ ​ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ.

ຮ່າງກົດໝາຍສະບັບນີ້ ຈະເປັນກົດໝາຍສະບັບທຳອິດຂອງກະຊວງການຕ່າງປະເທດ ທີ່ກຳນົດຫຼັກການ, ລະບຽບການ ແລະ ຂັ້ນຕອນ ກ່ຽວກັບ ການສ້າງ ແລະ ການຈັດຕັ້ງປະຕິບັດສົນທິສັນຍາທີ່ສ້າງຂຶ້ນໃນນາມລັດ ແລະ ລັດຖະບານ; ສັນຍາສາກົນທີ່ສ້າງຂຶ້ນໃນນາມອົງການລັດຂັ້ນສູນກາງ, ຂະແໜງການ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຄຸ້ມຄອງລັດ ກ່ຽວກັບ ວຽກງານສົນທິສັນຍາ ແລະ ສັນຍາສາກົນ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ​ເອກະລາດ, ມິດຕະພາບ​ ​ແລະ ການ​ຮ່ວມມື ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ, ສົ່ງເສີມຄວາມເປັນເຈົ້າການຂອງ ສປປ ລາວ ໃນການຮ່ວມມືກັບບັນດາປະເທດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຜ່ານ​ມາ​ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ຈັດກ​ອງປະຊຸມ​ທາ​ບທາມ​ຄຳ​ຄິດ​ເຫັນ​ຮ່ວມ​ກັບ​ບັນດາ​ແຂວງ​ພາກ​ເໜືອ​ ຢູ່​ແຂວງ​ບໍ່​ແກ້ວ ​ແລະ ມີ​ແຜນ​ຈັດທາ​ບທາມ​ຮ່າງ​ກົດໝາຍກັບ​ບັນດາ​ແຂວງ​ພາກ​ໃຕ້​ຕື່ມ​ອີກ ​ຢູ່​ທີ່​ແຂວງ​ຈຳປາ​ສັກ.

ການສ້າງກົດໝາຍວ່າດ້ວຍສົນທິສັນຍາ ​ແລະ ​ສັນຍາ​ສາກົນ ກໍ່​ຄືນິຕິ​ກຳອື່ນໆ​ໃນ​ຂະ​ແໜງ​ການ​ຕ່າງປະ​ເທດ ​ຈະປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດມະຕິ X ຂອງພັກ ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ໃນການສ້າງຄວາມໝັ້ນຄົງໃຫ້ແກ່ລັດ ປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ​ເທື່ອ​ລະ​ກ້າວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480299
ມື້ນີ້129
ມື້ວານ157
ອາທິດນີ້697
ເດືອນນີ້6530